ໃນວັນທີ 6 ເມສາ 2020, ພະແນກຕໍາຫຼວດຈາລະຈອນ ຫ້ອງຕໍາຫຼວດກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ລົງໂຄສະນາການສະກັດກັ້ນ, ປ້ອງກັນ ແລະ ຕ້ານການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ພໍ່ແມ່ປະຊາຊົນ ກໍຄືຜູ້ໃຊ້ລົດໃຊ້ຖະໜົນໄດ້ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ໂດຍປະຕິບັດຕາມຄໍາສັ່ງ ຂອງທ່ານນາຍົກລັດຖະມົນຕີ ເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການແຜ່ລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ ໂຄວິດ-19. ດັ່ງນັ້ນ, ພະແນກຕໍາຫຼວດຈາລະຈອນ ປກສ ແຂວງ ຈຶ່ງໄດ້ແຕ່ງຕັ້ງຄະນະຮັບ ຜິດຊອບລົງຕັ້ງຈຸດກວດກາຄວາມເປັນລະບຽບຮຽບຮ້ອຍພາຍໃນຕົວເມືອງປາກຊັນ ເພື່ອແນະນໍາຜູ້ໃຊ້ລົດໃຊ້ຖະໜົນໃຫ້ພັກກັກຕົວຢູ່ເຮືອນບໍ່ໃຫ້ອອກຈາກເຮືອນ ຖ້າບໍ່ມີຄວາມຈໍາເປັນ, ຫ້າມບໍ່ໃຫ້ພໍ່-ແມ່ປະຊາຊົນຊຸມ ນຸມກັນໃຊ້ສຽງດັງ, ກ່ອນຈະອອກຈາກບ້ານທຸກຄັ້ງຕ້ອງໃສ່ຜ້າປິດປາກ, ໝັ່ນລ້າງມືໃຫ້ສະອາດຢູ່ເລື້ຍໆ, ຫຼີກລ່ຽງການໄປສະຖານທີ່ແອອັດຊຸມຊົນຄົນຫຼາຍ ເພາະອາດຈະມີຄວາມສ່ຽງພາໃຫ້ຕິດພະຍາດດັ່ງກ່າວໄດ້ງ່າຍ.

ທັງນີ້, ກໍເພື່ອເປັນການປ້ອງກັນ, ສະກັດກັ້ນ ແລະ ຕ້ານການແຜ່ລະບາດພະຍາດໂຄວິດ-19 ບໍ່ໃຫ້ມີການແຜ່ລະ ບາດພາຍໃນເມືອງປາກຊັນ ກໍຄືແຂວງບໍລິຄໍາໄຊ. ຖ້າຫາກພົບເຫັນບຸກຄົນໃດບໍ່ປະຕິບັດຕາມຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການຂອງຂັ້ນເທິງ ກໍຈະຖືກກັກຕົວມາສຶກສາອົບຮົມ, ກ່າວເຕືອນ ແລະ ຮ້າຍແຮງໄປກວ່ານັ້ນກໍຈະຖືກກັກຕົວມາດໍາເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.