ໃນວັນທີ 9 ເມສານີ້, ກະຊວງສາທາລະນະສຸກ ຖະແຫຼງການວ່າ ມີຜູ້ຕິດເຊື້ອພະຍາດອັກເສບປອດ COVID-19 ເພີ່ມ 1 ຄົນ ເປັນເພດຍິງ ອາຍຸ 23 ປີ ຢູ່ບ້ານ ຜນອງດ້ວງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ເປັນນັກສຶກສາ ພາຍໃນ ທີ່ຜູ້ກ່ຽວມີການພົວພັນກັບຜູ້ຕິດເຊື້ອລາຍທີ 10.

ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະສະເພາະກິດຄວບ ຄຸມພະຍາດອັກເສບປອດ COVID-19 ໄດ້ຖະແຫຼງ ໄດ້ຢັ້ງຢື້ນວ່າ: ມີຜູ້ຕິດເຊື້ອເພີ່ມ 1 ຄົນ ເປັນເພດຍິງ ອາຍຸ 23 ປີ ຢູ່ບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພາະວ່າ ຜູ້ກ່ຽວແມ່ນໄດ້ພົວພັນໃກ້ຊິດກັບຜູ້ຕິດເຊື້ອລາຍທີ 11 ສຳລັບບຸກຄົນທີ່ໄດ້ໃກ້ຊີດກັບຜູ້ຕິດເຊື້ອລາຍທີ່ 16 ນີ້ ມີຈຳນວນ 9 ຄົນ ປັດຈຸບັນແມ່ນມີການກັກບໍລິເວນແລ້ວ.

ດັ່ງນັ້ນ, ຄະນະສະເພາະກິດ ຍັງໄດ້ເນັ່ນ ແລະ ຮຽກຮອງໃຫ້ຜູ້ທີ່ໄດ້ໃກ້ຊິດກັບຜູ້ຕິດເຊື້ອນັກແຕ່ລາຍທີ່ 11 ຫາ 16 ນີ້ ໃຫ້ເຂົ້າມາລາຍງານຕົວ ແລະ ແຈ້ງການພົວພັນກັບຜູ້ຕິດເຊື້ອນັ້ນຢ່າງລະອຽດກັບພາກສ່ວນທີ່ກ້ຽວຂ້ອງໂດຍດ່ວນ.