ໃນວັນທີ 10 ເມສາ ນີ້, ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ທັງເປັນ ຫົວໜ້າສະເພາະກິດ ປ້ອງກັນ, ຕ້ານ, ສະກັດກັ້ນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດອັກເສບປອດ ໂຄວິດ-19 ຂັ້ນກົມໃຫຍ່ການເມືອງ ກະຊວງ ປກສ ລົງເຄື່ອນໄຫວຢ້ຽມຢ້າມ ພະນັກງານທີ່ອາໃສຢູ່ຫໍພັກຂອງກົມໃຫຍ່ການເມືອງ ເພື່ອປຸກລະດົມພະນັກງານ-ນັກຮົບໃຫ້ມີສະຕິລະວັງຕົວໃນການປ້ອງກັນການແພ່ລະບາດພະຍາດໂຄວິດ-19.

ການລົງຢ້ຽມຢາມພະນັກງານຢູ່ຫໍພັກຕັ້ງຢູ່ບ້ານນາໄຊ ແລະ ຢູ່ບ້ານວັງຊາຍ ເມືອງໄຊເສດຖາ ເພື່ອປຸກລະດົມໃຫ້ທຸກຄົນຕ້ອງມີສະຕິໃນການປ້ອງກັນ, ຕ້ານ, ສະກັດກັ້ນ ແລະ ຄວບຄຸມ ການແພ່ລະບາດຂອງພະຍາດອັກເສບປອດ ໂຄວິດ-19 ເພື່ອບໍ່ໃຫ້ການແພ່ລະບາດຂອງພະຍາດເຂົ້າມາໃນບໍລິເວນຫໍພັກນີ້ ແລະ ເປັນເຈົ້າການໃນການຕິດຕາມ ແລະ ກວດກາຄົນເຂົ້າ-ອອກຢ່າງເຂັ້ມງວດ, ມີການວັດແທກອຸນຫະພູມຢູ່ທຸກໆຊົ່ວໂມງ ຫຼື ທຸກໆການເຂົ້າ-ອອກ, ລ້າງມືທຳຄວາມສະອາດສະຊຳສະເໝີ.

ນອກນີ້, ທ່ານຍັງເນັ້ນໃຫ້ພະນັກງານ ມີຄວາມປະຢັດມັດທະຍັດ, ໃຊ້ຈ່າຍຢ່າງມີເຫດຜົນ ພ້ອມເພີ່ມພູມຜົນຜະລິດດ້ວຍຕົນເອງເຊັນວ່າ ການປູກຜັກແລະອຶ່ນໆ ເພື່ອເປັນການຫຼຸດຄວາມສຽງໃນການອອກໄປຊື້ອາຫານຈາກທາງນອກເຂົ້າມາໃນຫໍພັກ ເພື່ອໃຫ້ທຸກຄົນພົ້ນວິກິດນີ້ໄປດ້ວຍດີ ແລະ ບໍ່ໃຫ້ມີຜົນກະທົບອັນບໍ່ດີຕາມມາ.