ທີມງານ ຮ້ານອາຫານເມລິສາ​ ພ້ອມດ້ວຍຄອບຄົວຈັນທະວົງ ແລະ​ ໝູ່ຄູ່ ກະກຽມເຄື່ອງນຳໄປແຈກ
ທີມງານ ຮ້ານອາຫານເມລິສາ​ ພ້ອມດ້ວຍຄອບຄົວຈັນທະວົງ ແລະ​ ໝູ່ຄູ່ ກະກຽມເຄື່ອງນຳໄປແຈກ

ຮ້ານອາຫານເມລິສາ​ ພ້ອມດ້ວຍຄອບຄົວຈັນທະວົງ ແລະ​ ໝູ່ຄູ່​ ແຈກເຂົ້າກ່ອງ,​ ໝີ່,​ ໄຂ່, ນໍ້າດື່ມ,​ M150 ແລະ ກາເຟ​ ລວມມູນ 10 ລ້ານກວ່າກີບ ໃຫ້​ ປກສ​ ກຸ່ມໜອງໜ່ຽງ​ ແລະ​ ພະນັກງານແພດໝໍ-ຄົນເຈັບຢູ່ໂຮງໝໍເດັກ ໃນວັນທີ​ 12​ ເມສາ​ 2020; ​ເພື່ອເປັນການປະກອບສ່ວນທາງດ້ານສະບຽງອາຫານໃຫ້ຜູ້ປະຕິບັດວຽກງານຕ້ານ ແລະ​ ສະກັດກັ້ນ ພະຍາດ COVID-19​ ໃຫ້ມີຂວັນກຳລັງໃຈ​ ແລະ​ ກຳລັງກາຍປະຕິບັດວຽກງານດັ່ງກ່າວໃຫ້ສໍາເລັດຜົນ.

ທ່ານ​ ທູນສະໄໝ ຈັນທະ​ວົງ
ທ່ານ​ ທູນສະໄໝ ຈັນທະ​ວົງ

ນໍາພາໂດຍທ່ານ​ ທູນສະໄໝ ຈັນທະ​ວົງ ,​ ເຊິ່ງທ່ານໄດ້ໃຫ້ສໍາພາດຕໍ່ນັກຂ່າວທີມ ປກສ​ ວ່າ: ການ ແຈກອາຫານ ໃນຄັ້ງນີ້ແມ່ນໄດ້ປຸກລະດົມນໍ້າໃຈຈາກຄອບຄົວຈັນທະວົງ;​ ຮ້ານອາຫານເມລິສາ​ ແລະ​ ໝູ່ຄູ່ ປະກອບມີ: ເຂົ້າກ່ອງ ຈໍານວນ​ 500​ ກ່ອງ; ໝີ່​ ຈໍານວນ​ 5 ແກັດໃຫຍ່;​ ໄຂ່ໄກ່ 110 ແຕະ;​ ນໍ້າດື່ມ​ ຈໍານວນ​ 2 ແກ​ັດ;​ M150​ ຈໍານວນ​ 1 ແກັດ​ ແລະ​ ກາເຟ​ ຈໍານວນ​ 20​ ຖົງ ລວມມູນຄ່າ 10 ລ້ານກວ່າກີບ​ ໄປມອບໃຫ້​ ປກສ​ ກຸ່ມໜອງໜ່ຽງ ​ທີ່ຕັ້ງຈຸດກວດສົ້ນຂົວໜອງໜ່ຽງ ແລະ​ ພະນັກງານແພດໝໍ-ຄົນເຈັບຢູ່ໂຮງໝໍເດັກ; ເຊິ່ງເປັນກຳລັງທີ່ສໍາຄັນໃນການສະກັດກັ້ນ ແລະ​ ຕ້ານພະຍາດ COVID-19​ ທັງມີຄວາມຫຍຸ້ງຍາກໃນການອອກໄປຊື້ອາຫານ.

ທ່ານ​ ທູນສະໄໝ ຈັນທະ​ວົງ ຕາງໜ້າ ແຈກອາຫານ ພະນັກງານແພດໝໍ-ຄົນເຈັບຢູ່ໂຮງໝໍເດັກ
ທ່ານ​ ທູນສະໄໝ ຈັນທະ​ວົງ ຕາງໜ້າ ແຈກອາຫານ ພະນັກງານແພດໝໍ-ຄົນເຈັບຢູ່ໂຮງໝໍເດັກ

ສະນັ້ນ,​ ພວກຂ້າພະເຈົ້າ ພ້ອມດ້ວຍຄອບຄົວ,​ຮ້ານອາຫານເມລິສາ​ ແລະ​ ໝູ່ເພື່ອນເຫັນໄດ້ຄວາມຈໍາເປັນ ແລະ​ ຄວາມສໍາຄັນຂອງວຽກງານ ຈຶ່ງໄດ້ປຸກລະດົມປັດໄຈຮ່ວມກັນເພື່ອເຮັດອາຫານດັ່ງກ່າວມາມອບໃຫ້ແຕ່ລະພາກສ່ວນທີ່ເຮັດໜ້າທີ່ຢ່າງເຂັມງວດ​; ຖ້າພາກສ່ວນໃດ ຫຼື​ ໝູ່ຄູ່ມີຈິດໃຈຕ້ອງການ ແຈກອາຫານ ຫຼື ຊ່ວຍເຫຼືອຄືພວກຂ້າພະເຈົ້າ ກະຂໍເຊີນຊວນປຸກລະດົມກັນປະກອບສ່ວນຜູ້ລະເລັກລະໜ້ອຍ ແລະ​ ທາງຮ້ານອາຫານເມລິສາ ກໍຍິ່ງດີທີ່ຈະເປັນໃຈກາງໃນການປະສານງານ ແລະ​ ຈັດສົ່ງໃຫ້ພາກສ່ວນຕ່າງໆ.​

ທ່ານ​ ທູນສະໄໝ ຈັນທະ​ວົງ ຕາງໜ້າມອບເຄື່ອງໃຫ້ ປກສ ກຸ່ມໜອງໜ່ຽງ
ທ່ານ​ ທູນສະໄໝ ຈັນທະ​ວົງ ຕາງໜ້າມອບເຄື່ອງໃຫ້ ປກສ ກຸ່ມໜອງໜ່ຽງ