2 ບໍລິສັດ ມອບອຸປະກອນການແພດໃຫ້ກົມໃຫຍ່ພະລາທິການ

0
1450
ພິທີມອບອຸປະກອນການແພດຈາກກຸ່ມບໍລິສັດ ຄຳໄພຊະນະ ແລະ ບໍລິສັດ ເອັສທີຊີ ຈຳກັດ ໃຫ້ກົມໃຫຍ່ພະລາທິການ
ພິທີມອບອຸປະກອນການແພດຈາກກຸ່ມບໍລິສັດ ຄຳໄພຊະນະ ແລະ ບໍລິສັດ ເອັສທີຊີ ຈຳກັດ ໃຫ້ກົມໃຫຍ່ພະລາທິການ

ວັນທີ 9 ເມສາ 2020 ຜ່ານມາ, ກຸ່ມບໍລິສັດ ຄຳໄພຊະນະ ແລະ ບໍລິສັດ ເອັສທີຊີ ຈຳກັດ ໄດ້ນຳເອົາເຄື່ອງອຸປະກອນການແພດ ຈຳນວນ 2 ລາຍການ ມາມອບໃຫ້ ກົມໃຫຍ່ພະລາທິການ ກະຊວງ ປ້ອງກັນຄວາມສະຫງົບ; ໃນນີ້, ມີຊຸດປ້ອງກັນເຊື້ອພະຍາດ ຈຳນວນ 100 ຊຸດ, ມູນຄ່າ 26.500.000 ກີບ ແລະ ຊຸດກັນເປື້ອນ ຈຳນວນ 65 ຊຸດ ມູນຄ່າ 5.525.000 ກີບ ລວມມູນຄ່າທັງໝົດ 32.025.000 ກີບ.

ພິທີມອບອຸປະກອນການແພດຈາກກຸ່ມບໍລິສັດ ຄຳໄພຊະນະ ແລະ ບໍລິສັດ ເອັສທີຊີ ຈຳກັດ ໃຫ້ກົມໃຫຍ່ພະລາທິການ
ພິທີມອບອຸປະກອນການແພດຈາກກຸ່ມບໍລິສັດ ຄຳໄພຊະນະ ແລະ ບໍລິສັດ ເອັສທີຊີ ຈຳກັດ ໃຫ້ກົມໃຫຍ່ພະລາທິການ

ຕາງໜ້າມອບໂດຍ ທ່ານ ແສງຕາວັນ ຄຳມະວົງ ຕາງໜ້າກຸ່ມບໍລິສັດ ຄຳໄພຊະນະ ແລະ ທ່ານ ນາງ ຈັນທີ ເນົາວະລາດ ຕາງໜ້າບໍລິສັດ ເອັສທີຊີ ຈຳກັດ, ກ່າວຮັບໂດຍ ພົຈວ ທອງສຸກ ຍ່າເອີລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ; ການມອບເຄື່ອງຊ່ວຍເຫຼືອຂອງທັງ 2 ບໍລິສັດໃນຄັ້ງນີ້ ກໍເພື່ອເປັນການປະກອບສ່ວນອັນສໍາຄັນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ເພື່ອໃຫ້ກຳລັງແພດໝໍໄດ້ນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນເຊື້ອຈຸລະໂລກສາຍພັນໃໝ່ (COVID 19) ທີ່ຍັງສືບຕໍ່ລະບາດຂຶ້ນຢ່າງຕໍ່ເນື່ອງ ກວມເອົາ 200 ກວ່າປະເທດໃນໂລກ ໂດຍສະເພາະແມ່ນຢູ່ປະເທດ ສປປ ລາວ ເຮົາເອງໃຫ້ໝົດໄປໄວໆນີ້.

ກົມໃຫຍ່ພະລາທິການ ມອບໃບກຽດຕິຄຸນເພື່ອສະແດງຄວາມຂອບໃຈທີ່2 ບໍລິສັດ ມອບ ອຸປະກອນ ການແພດໃຫ້
ກົມໃຫຍ່ພະລາທິການ ມອບໃບກຽດຕິຄຸນເພື່ອສະແດງຄວາມຂອບໃຈທີ່ 2 ບໍລິສັດ ມອບອຸປະກອນການແພດໃຫ້

ພົຈວ ທອງສຸກ ຍ່າເອີລາວລີ ໄດ້ກ່າວຂອບໃຈ ພ້ອມທັງມອບໃບກຽດຕິຄຸນໃຫ້ທັງ 2 ບໍລິສັດ ທີ່ເຫັນໄດ້ຄວາມສຳຄັນຂອງວຽກງານປ້ອງກັນຄວາມສະຫງົບ ແລະ ສັນຍາວ່າຈະນຳເອົາ ອຸປະກອນ ດັ່ງກ່າວນີ້ ໄປນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນເຊື້ອໄວຣັດໂຄວິດ-19 ທີ່ລະບາດຢູ່ໃນຕອນນີ້ ໃຫ້ເກີດປະໂຫຍດສູງສຸດ.