ໃນວັນທີ 13 ເມສາ 2020, ຄະນະສະເພາະກິດ ຄວບຄຸມ ແລະ ສະກັດກັ້ນຕ້ານການແຜ່ລະບາດພະຍາດໂຄວິດ-19 ແຂວງຄຳມ່ວນ ນຳໂດຍ ທ່ານ ຄຳຜົງ ວົງພະຈັນ ປະທານກວດກາພັກ-ລັດແຂວງ ທັງເປັນ ຄະນະສະເພາະກິດ ຄວບຄຸມ ແລະ ສະກັດກັ້ນຕ້ານການແຜ່ລະບາດພະຍາດໂຄວິດ-19 ຂັ້ນແຂວງ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ການປ້ອງກັນການແຜ່ລະບາດພະຍາດອັກເສບປອດສາຍພັນໃໝ່ ຈາກເຊື້ອຈຸລະໂລກ (ໂຄວິດ-19) ຢູ່ເມືອງຄູນຄຳ, ໂດຍການຕ້ອນຮັບຂອງ ທ່ານ ຄຳໝັ່ນ ສໍປະເສີດ ເຈົ້າເມືອງໆຄູນຄຳ, ພ້ອມທັງມີ ຄະນະສະເພາະກິດ ຄວບຄຸມ ແລະ ສະກັດກັ້ນຕ້ານການແຜ່ລະບາດພະຍາດໂຄວິດ-19 ຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວ ເຂົ້າຮ່ວມ.

ຄະນະສະເພາະກິດ ຄວບຄຸມ ແລະ ສະກັດກັ້ນຕ້ານການແຜ່ລະບາດພະຍາດໂຄວິດ-19 ແຂວງຄຳມ່ວນ

ທ່ານ ຄຳໝັ່ນ ສໍປະເສີດ ໄດ້ລາຍງານກ່ຽວກັບ ການປ້ອງກັນ, ຄວບຄຸມ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ໂດຍເນັ້ນໃສ່ຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນ:

ການຈັດຕັ້ງປະຕິບັດມາດຕະການຕ່າງໆ, ຕັ້ງດ່ານກວດກາຄົນເຂົ້າ-ອອກເມືອງ ຜ່ານດ່ານສາກົນ ແລະ ຕ່າງປະເທດ ແບບຜິດກົດໝາຍ ເພື່ອມາກັກຕົວຢູ່ສູນ 14 ວັນ, ສັບປ່ຽນປ້ອງກັນເວນຍາມ ຢູ່ບັນດາສູນພາຍໃນເມືອງຕະຫຼອດ 24 ຊົ່ວໂມງ ພ້ອມທັງເຄື່ອນໄຫວລາດຕະເວນ ແນະນຳບໍ່ໃຫ້ປະຊາຊົນໄປ-ມາຕາມລຳພັງໃຈ.

ທົ່ວເມືອງຄູນຄຳ ມີສູນກັກກັນທັງໝົດ 16 ສູນ ໃນນີ້ໄດ້ປິດສູນຢ່າງເປັນທາງການ ພ້ອມທັງໄດ້ສິດຟົນຢາຂ້າເຊື້ອສຳເລັດຈຳນວນ 10 ສູນ ແລະ ໄດ້ເປີດສູນຄືນໃໝ່ 1 ສູນ; ປັດຈຸບັນ, ມີສູນກັກກັນຕົວຈິງທັງໝົດ 7 ສູນ ມີຈຳນວນຄົນທັງໝົດ 460 ຄົນ ຍິງ 289 ຄົນ, ໃນນັ້ນກັກກັນບໍລິເວນພາຍໃນສູນ 14 ວັນ ມີ 428 ຄົນ ຍິງ 270 ຄົນ, ຄົບກໍານົດ 14 ວັນ ໃນການຕິດຕາມແລ້ວສົ່ງຄືນສູ່ຄອບຄົວ 357 ຄົນ ຍິງ 236 ຄົນ ແລະ ໃນຕອນນີ້ຢູ່ສູນກັກກັນ ຕົວຈິງມີ 71 ຄົນ ຍິງ 34 ຄົນ.

ມອບເຄື່ອງຊ່ວຍເຫຼືອໃນການກວດກາປ້ອງກັນ ແລະ ສະກັດກັ້ນ ພະຍາດໂຄວິດ-19 ໃຫ້ແກ່ ຫ້ອງວ່າການປົກຄອງ ເມືອງຄູນຄຳ

ນອກນີ້, ຍັງໄດ້ປິດສະຖານທີ່ບັນເທີງ, ຮ້ານກິນດື່ມ, ງານແຕ່ງດອງ ແລະ ສະຖານທີ່ອື່ນໆທີ່ເຫັນວ່າ ມີຄວາມສ່ຽງຕໍ່ການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ. ຈາກນັ້ນ, ຄະນະສະເພາະກິດ ຄວບຄຸມ ປ້ອງກັນ ພະຍາດໂຄວິດ-19 ຂັ້ນແຂວງ ກໍໄດ້ມອບເຄື່ອງຊ່ວຍເຫຼືອໃນການກວດກາປ້ອງກັນ ແລະ ສະກັດກັ້ນ ພະຍາດໂຄວິດ-19 ໃຫ້ແກ່ ຫ້ອງວ່າການປົກຄອງ ເມືອງຄູນຄຳ ໂດຍການກ່າວມອບຂອງ ທ່ານ ຄຳຜົງ ວົງພະຈັນ ປະທານກວດກາພັກ-ລັດແຂວງ ແລະ ກ່າວຮັບໂດຍ ທ່ານ ຄຳໝັ່ນ ສຳປະເສີດ ເຈົ້າເມືອງໆຄຸນຄຳ.