ຄະນະສະເພາະກິດ ເພື່ອສະກັດກັ້ນ ປ້ອງກັນ ແລະ ຕ້ານການແຜ່ລະຂອງພະຍາດໂຄວິດ-19 ເມືອງສິງ ແຂວງຫຼວງນໍ້າທາ ໄດ້ລົງຊຸກຍູ້ໃຫ້ກໍາລັງໃຈຕໍ່ຜູ້ຖືກສົງໃສເປັນກຸ່ມສຽງຕິດເຊື້ອໂຄວິດ-19 ທີ່ໄດ້ກັກຕົວຢູ່ບ້ານເຮືອນ, ສະຖານທີ່ຕ່າງໆເປັນເວລາ 14 ວັນ ຢູ່ກຸ່ມບ້ານອຸດົມສີນ ໃນວັນທີ 13 ເມສາ 2020, ໂດຍການນໍາພາຂອງ ທ່ານ ປອ ຈັນພິພັກ ກອງຈຳປາ ເຈົ້າເມືອງໆສິງ ພ້ອມດ້ວຍຄະນະສະເພາະກິດ.

ທ່ານ ເກົາຫີນ ແຊ່ລີ ຫົວໜ້າສຸກສາລາ ກຸ່ມບ້ານອຸດົມສີນ ໄດ້ລາຍງານສະພາບໂດຍຫຍໍ້ວ່າ:

ຢູ່ກຸ່ມບ້ານອຸດົມສີນ ມີຜູ້ເຂົ້າມາກັກກັນ, ກັກຕົວ ຍ້ອນຖືກສົງໃສວ່າ ເປັນກຸ່ມສ່ຽງໃນການຕິດເຊື້ອໂຄວິດ-19 ທັງໝົດ 19 ຄົນ ຍິງ 10 ຄົນ.

ໃນຈຳນວນນີ້ ແມ່ນໄດ້ເຂົ້າມາສູນແຕ່ວັນທີ 26-8 ເມສາ 2020 ເຫັນວ່າແຕ່ລະຄົນມີສຸຂະພາບແຂງແຮງດີ, ປະຕິບັດການປ້ອງກັນຕາມຄຳສັ່ງຂອງແພດໝໍ ເປັນຕົ້ນແມ່ນ ໃສ່ຜ້າອັດປາກ, ນໍ້າຢາລ້າງມືເປັນປະຈຳ ແລະ ຮັກສາໄລຍະຫ່າງ.

ໂອກາດດັ່ງກ່າວ, ທ່ານ ປອ ຈັນພິພັກ ກອງຈຳປາ ເຈົ້າເມືອງໆສິງ ໄດ້ສະແດງຄຳຊົມເຊີຍຕໍ່ກັບການໃຫ້ຄວາມຮ່ວມມືຂອງທຸກພາກສ່ວນ ພ້ອມຮຽກຮ້ອງໃຫ້ຜູ້ທີ່ມີໜ້າທີ່ສືບຕໍ່ຕິດຕາມເຝົ້າລະວັງ ແລະ ກວດກາບົ່ງມະຕິພະຍາດຜູ້ທີ່ເຂົ້າມາກວດກາສຸຂະພາບໃຫ້ດີ ແລະ ຊັດເຈນ. ທັງນີ້, ກໍເພື່ອປ້ອງກັນບໍ່ໃຫ້ພະຍາດໂຄວິດ-19 ເຂົ້າມາລະບາດຢູ່ເຂດຮາກຖານທ້ອງຖິ່ນເມືອງສີງ ກໍຄື ແຂວງຫຼວງນ້ຳທາ.