ບໍລິສັດ ທີເຮັສບີ ກຣຸບ ຈໍາກັດ, ບໍລິສັດ ວຽງຈັນ ຫົງຊື ຊີມັງ ຈໍາກັດ ແລະ ບໍລິສັດ ວຽງຈັນ ຄອນຊີມັງ ຈໍາກັດ ໄດ້ມອບອຸປະກອນເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງ ພະຍາດໂຄວິດ-19 ໃຫ້ ແຂວງວຽງຈັນ ໃນວັນທີ 15 ເມສາ 2020, ມອບໂດຍ ທ່ານ ສອນເພັດ ໄຊສະຫວັດ ຕາງໜ້າ ບໍລິສັດ ທີເຮັສບີ ກຣຸບ ຈໍາກັດ, ທ່ານ ຟູ ເຈີ ສິນ ຕາງໜ້າ ບໍລິສັດ ວຽງຈັນ ຫົງຊື ຊີມັງ ຈໍາກັດ ແລະ ບໍລິສັດ ວຽງຈັນ ຄອນຊີມັງ ຈໍາກັດ, ຮັບໂດຍ ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງໆວຽງຈັນ ພ້ອມທັງເປັນ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ ການລະບາດຂອງພະຍາດ COVID-19 ແຂວງ, ເຂົ້າຮ່ວມມີ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ ພ້ອມດ້ວຍຄະນະສະເພາະກິດຂັ້ນແຂວງ ແລະ ພະນັກງານກ່ຽວຂ້ອງທັງ 3 ບໍລິສັດ ເຂົ້າຮ່ວມ.

ການມອບອຸປະກອນ ເພື່ອສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງ ພະຍາດໂຄວິດ-19 ໃຫ້ ແຂວງວຽງຈັນ ຄັ້ງນີ້, ບໍລິສັດ ທີເຮັສບີ ກຣຸບ ຈໍາກັດ ໄດ້ມອບຊຸດປ້ອງກັນພະຍາດ ຈໍານວນ 16 ຊຸດ, ຜ້າອັດປາກ-ດັງ ຈໍານວນ 150 ກັບ, ເຫຼົ້າ 90 ຈໍານວນ 21 ຕຸກ ແລະ ເຄື່ອງບໍລິໂພກອີກຈໍານວນໜຶ່ງ ລວມມູນຄ່າ 25.000.000 ກີບ.

ບໍລິສັດ ວຽງຈັນ ຫົງຊື ຊີມັງ ຈໍາກັດ ມອບຊຸດປ້ອງກັນພະຍາດ ຈໍານວນ 3 ຊຸດ, ຜ້າອັດປາກ-ດັງ ຈໍານວນ 5.000 ອັນ ລວມມູນຄ່າ 40.000.000 ກີບ.

ບໍລິສັດ ວຽງຈັນ ຄອນຊີມັງ ຈໍາກັດ ມອບເຄື່ອງວັດແທກອຸດຫະພູມ ຈໍານວນ 2 ເຄື່ອງ ລວມມູນຄ່າ 2.000.000 ກີບ.

ໃນໂອກາດດັ່ງກ່າວ, ທ່ານເຈົ້າແຂວງໆວຽງຈັນ ໄດ້ມອບໃບກຽດຕິຄຸນ ແລະ ກ່າວສະແດງຄວາມຂອບໃຈ ເພື່ອຮູ້ບຸນຄຸນຕໍ່ບັນດາບໍລິສັດ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ແລະ ຫວັງວ່າໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອຕື່ມອີກ. ສ່ວນສໍາລັບອຸປະກອນຕ່າງໆທີ່ມາມອບໃຫ້ນີ້ ແມ່ນຈະນໍາເອົາໄປມອບໃຫ້ ຄະນະສະເພາະກິດ ແຂວງວຽງຈັນ ນຳໄປໃຊ້ໃຫ້ເກີດປະໂຫຍດສູງສຸດ.