ພາຍຫຼັງທີ່ຊາວພຸດທັງຫຼາຍໃນທົ່ວແຂວງຜົ້ງສາລີ ໄດ້ສຳເລັດການຫຼິ້ນບຸນປີໃໝ່ ຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາຄົບ 4 ມື້ແລ້ວ, ທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ໄດ້ສືບຕໍ່ຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນການຕ້ານພະຍາດ COVID-19 ໂດຍປະຕິບັດຕາມຄໍາສັ່ງ ແລະ ແຈ້ງການຂອງ ຄະນະສະເພາະກິດປ້ອງກັນ, ຄວມຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ຢ່າງເຂັ້ມງວດ.

ສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ຄະນະສະເພາະກິດແຕ່ລະຂັ້ນ ແລະ ເຈົ້້າໜ້າທີ່ ປກຊ-ປກສ, ວິຊາການແພດໝໍ ແລະ ຂະແໜງການປິ່ນອ້ອມອື່ນໆ ໄດ້ສືບຕໍ່ແນະນໍາໃຫ້ປະຊາຊົນບັນດາເຜົ່າໃນທົ່ວແຂວງ ໃຫ້ເປັນເຈົ້້າການສືບ​ຕໍ່​ປະ​ຕິ​ບັດຄຳ​ສັ່ງ​ຂອງ​ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ເລກ​ທີ 06/ນຍ, ລົງ​ວັນ​ທີ 29 ມີ​ນາ 2020 ໄປ​ຕື່ມ​ອີກ ​ຈົນ​ຮ​ອດ​ວັນ​ທີ 3 ພຶດ​ສະ​ພາ 2020 ກໍ​ຄື​ ປະ​ຕິ​ບັດ​ຕາມ​ແຈ້ງ​ການ​ຂອງ​ ຫ້ອງວ່າ​ການ ​ສຳ​ນັກ​ງານ​ນາ​ຍົກລັດ​ຖະ​ມົນ​ຕີ​ ສະ​ບັບ​ເລກ​ທີ 481/ຫ​ສນຍ, ລົງ​ວັນ 15 ເມ​ສາ 2020 ຢ່າງ​ເຄັ່ງ​ຄັດ.

ໃນ​ນັ້ນ ແມ່ນ​ໃຫ້​ສືບ​ຕໍ່​ເພີ່ມ​ທະ​ວີ​ຄວາມ​ເຂັ້ມ​ງວດ ໃນ​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ຕ່າງໆ ທີ່​ກຳ​ນົດ​ໃນ​ຄຳ​ສັ່ງ​ເລກ​ທີ 06/ນຍ ເປັນ​ຕົ້ນ​ແມ່ນ ມາດ​ຕະ​ການ​ຫ້າມ​ອອກ​ຈາກ​ເຮືອນ ຫຼື ບ່ອນ​ພັກ​ອາ​ໄສ, ຫ້າມ​ໄປ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ໃນ​ການ​ຕິດ​ເຊື້ອ, ສ່ວນ​ການ​ໄປ​ທຳ​ການ​ຜະ​ລິດ​ກະ​ສິ​ກຳ, ໄປ​ນາ​, ໄປ​ສວນ ແລະ ໄປ​ທຳ​ມາ​ຫາ​ກິນ​ຂອງ​ປະ​ຊາ​ຊົນ​ ແມ່ນ​ສາ​ມາດ​ໄປ​ໄດ້, ແຕ່​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ບ້ານ​ເປັນ​ຜູ້​ຄຸ້ມ​ຄອງຢ່າງ​ຮັດ​ກຸມ​ ເພື່ອຫຼີກ​ລ່ຽງ​ຄວາມ​ສ່ຽງ​ໃນ​ການ​ຕິດ​ເຊື້ອ. ນອກ​ນັ້ນ, ຍັງມີມາດ​ຕະ​ການ​ຫ້າມ​ຊຸມ​ແຊວ​ ທີ່​ມີ​ຈຳ​ນວນ​ຄົນ​ເກີນ 10 ຄົນ​ຂຶ້ນ​ໄປ ແລະ ການ​ຈັດ​ງານ​ທຸກ​ປະ​ເພດ.

ຄະ​ນະ​ສະ​ເພາະ​ກິດ ບັນ​ດາ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ​ຂັ້ນແຂວງ, ຂັ້ນເມືອງ ໃນ 7 ເມືອງ ທົ່ວແຂວງຜົ້ງສາລີ ​ໃຫ້ເພີ່ມທະວີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ນິ​ຕິ​ກຳ​ແນະ​ນຳ​ຂອງ​ ຄະ​ນະ​ສະ​ເພາະ​ກິດ ແລະ ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ວາງ​ອອກ ໃນ​ໄລ​ຍະ​ຜ່ານ​ມາ​ ເຊັ່ນ:

  • ວຽກ​ງານ​ການ​ຄຸ້ມ​ຄອງ​ລາ​ຄາ​ສິນ​ຄ້າ
  • ວຽກ​ງານ​ການ​ສົ່ງ​ເສີມ​ການ​ຜະ​ລິດ​ກະ​ສິ​ກຳ​ເປັນ​ສິນ​ຄ້າ ໂດ​ຍ​ສະ​ເພາະ​ ການ​ຜະ​ລິດ​ສະ​ບຽງ​ອາ​ຫານ
  • ວຽກ​ງານ​ຂົນ​ສົ່ງ​ສິ​ນ​ຄ້າ​ຜ່ານ​ແດນ ແລະ ຂົນ​ສົ່ງ​ສິນ​ຄ້າ​ ລະ​ຫວ່າງ​ ແຂວງ​ຕໍ່​ແຂ​ວງ, ເມືອງ​ຕໍ່​ເມືອງ
  • ວຽກ​ງານ​ຄຸ້ມ​ຄອງ​ແຮງ​ງານທີ່​ກັບ​ມາ​ຈາກ​ຕ່າງ​ປະ​ເທດ
  • ວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານ ເພື່ອ​ຕອບ​ໂຕ້ ແລະ ຕີ​ຖອຍ​ຂ່າວ​ລວງ, ຂ່າວ​ລື, ຂ່າວ​ອະ​ກຸ​ສົນ ແລະ ຂ່າວ​ປັ່ນ​ປ່ວນໃຫ້​ທັນ​ການ, ທົ່ວ​ເຖິງ​ ແລະ ​ມີ​ຜົນ​ສຳ​ເລັດ