ຮາກຖານຊາວໜຸ່ມ ປກສ ແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ມອບນໍ້າດື່ມ ຈໍານວນ 70 ແພັກ, ຜ້າປິດປາກ 7 ກັບ ແລະ ເຈວລ້າງມື 7 ກ່ອງ ລວມມູນຄ່າ 2 ລ້ານກວ່າກີບ ໃຫ້ຈຸດກວດກາປ້ອງກັນເຊື້ອພະຍາດໂຄວິດ-19 ທັງ 7 ຈຸດ ຢູ່ທີ່ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຄື:

  • ຈຸດກວດກາວົງວຽນໄດໂນເສົາ
  • ຈຸດກວດກາບ້ານດົງບັງ
  • ຈຸດກວດກາບ້ານນາບໍ
  • ຈຸດກວດກາສວນສຸຂະພາບ ທ່ານໜູຮັກ
  • ຈຸດກວດກາບ້ານຫ້ວຍ
  • ຈຸດກວດກາບ້ານດອນເຊັງ
  • ຈຸດສາມແຍກໂຮງຮຽນການຊ່າງ

ນອກຈາກນີ້, ບັນດານັກທຸລະກິດ ຢູ່ເມືອງໄຊພູທອງ ແຂວງສະຫວັນນະເຂດ ກໍໄດ້ມອບເຄື່ອງອຸປະໂພກ-ບໍລິໂພກເຊັ່ນກັນ ເຊິ່ງປະກອບມີ: ໝີ່ໄວໆ 4 ແກັດ, M150 ຈໍານວນ 6 ແກັດ, ໂອວັນຕິນ 1 ແກັດ, ນໍ້າດື່ມ 200 ແພັກ, ກາເຟ 2 ແກັດ, ເຈວລ້າງມື 10 ຂວດ, ຜ້າປິດປາກ 20 ກັບ, ໜ້າກາກ 20 ຊິ້ນ ລວມມູນຄ່າ 13.900.000ກີບ ແລະ ເງິນຈໍານວນ 2.000.000 ກີບ ໃຫ້ແກ່ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ເພື່ອປະກອບສ່ວນໄປນຳໃຊ້ເຂົ້າໃນການກິນຢູ່ຂອງອ້າຍນ້ອງທີ່ກຳລັງ ປກຊ-ປກສ ແລະ ແພດໝໍ ທີ່ປະຕິບັດໜ້າທີ່ວຽກງານປ້ອງກັນເຊື້ອພະຍາດໂຄວິດ-19 ຢູ່ໃນແຕ່ລະຈຸດໃຫ້ມີຄວາມສະດວກ.