ຕໍາຫຼວດຈາລະຈອນ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ນຳໂດຍ ພັຕ ສຸທອງ ຫຼວງສຸວັນນະວົງ ຫົວໜ້າກວກກາການສັນຈອນປະຈໍາປ້ອມ ໄດ້ລົງໂຄສະນາການສະກັດກັ້ນ, ປ້ອງກັນ ແລະ ຕ້ານການແຜ່ລະບາດຂອງ ພະຍາດໂຄວິດ-19 ໃຫ້ພໍ່ແມ່ປະຊາຊົນໃນຂອບເຂດເມືອງທ່າພະບາດ ກໍຄືຜູ້ໃຊ້ລົດໃຊ້ຖະໜົນ ໄດ້ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.

ການລົງໂຄສະນາຄັ້ງນີ້ ແມ່ນໄດ້ລົງໄປຕາມບ້ານປະຊາຊົນ ແລະ ຕັ້ງຈຸດກວດກາຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະວິກິດການລະບາດພະຍາດອັກເສບປອດ ໂຄວິດ-19 ທີ່ກຳລັງລະບາດໃນປັດຈຸບັນນີ້ ເພື່ອແນະນໍາຜູ້ໃຊ້ລົດໃຊ້ຖະໜົນ ມີສະຕິລະມັດລະວັງ ແລະ ມີສ່ວນຮ່ວມໃນການປ້ອງກັນການແຜ່ລະບາດ ເຊັ່ນ: ກ່ອນຈະອອກຈາກບ້ານທຸກຄັ້ງ ຕ້ອງໃສ່ຜ້າປິດປາກ-ດັງ, ເມື່ອສຳພັດກັບວັດຖຸສີ່ງຂອງ ຕ້ອງໝັ່ນລ້າງມືໃຫ້ສະອາດຢູ່ເລື້ອຍໆ ແລະ ຫຼີກລ່ຽງການໄປສະຖານທີ່ແອອັດ; ທັງນີ້, ກໍເພື່ອເປັນການປ້ອງກັນ, ສະກັດກັ້ນ ແລະ ຕ້ານການແຜ່ລະບາດພະຍາດໂຄວິດ-19 ບໍ່ໃຫ້ມີການແຜ່ກະຈາຍພາຍໃນເມືອງທ່າພະບາດ ກໍຄື ແຂວງບໍລິຄໍາໄຊ.

ຖ້າຫາກພົບເຫັນບຸກຄົນໃດ ບໍ່ປະຕິບັດຕາມຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການຂອງຂັ້ນເທິງ ກໍຈະຖືກກັກໂຕນໍາມາສຶກສາອົບຮົມ, ກ່າວເຕືອນ ແລະ ຮ້າຍແຮງໄປກວ່ານັ້ນ ກໍຈະຖືກກັກຕົວມາດໍາເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ໂອກາດດັ່ງກ່າວນີ້, ທ່ານ ທອງສາຍ ຄຳໂພສີ ແລະ ທ່ານ ທອນ ນັກທຸລະກິດໜຸ່ມ ເມືອງທ່າພະບາດ ຍັງໄດ້ມອບນໍ້າດື່ມຈຳນວນ 8 ແກັດ ມູນຄ່າ 280.000 ກີບ ເພື່ອເປັນກຳລັງໃຈໃຫ້ອ້າຍນ້ອງຈາລະຈອນ ທີ່ກຳລັງປະຕິບັດໜ້າທີ່ວຽກງານ ໃນໄລຍະວິກິດພະຍາດໂຄວິດ-19.