ຊາສີ ກຣຸບ ມອບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19 ໃຫ້ ປກສ ສະຫວັນສະເຂດ

0
1279

ໃນວັນທີ 19 ເມສາ 2020, ບໍລິສັດ ຊາສີ ກຣູບ ຈຳກັດ ແຂວງສະຫວັນນະເຂດ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ມາມອບໃຫ້ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ເພື່ອປະກອບສ່ວນຊຸກຍູ້ໜ່ວຍສະເພາະກິດຕ້ານໂຄວິດ-19, ເຊິ່ງກ່າວມອບໂດຍ ທ່ານ ພູທອນ ຊາສີ ປະທານບໍລິສັດ ຊາສີ ກຣຸບ ຈຳກັດ ແຂວງສະຫວັນນະເຂດ ແລະ ກ່າວຮັບໂດຍ ພັທ ໄຊພອນ ພວງດວງບຸດດີ ຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ພ້ອມທັງມີຄະນະທັງສອງຝ່າຍເຂົ້າຮ່ວມ.

ທ່ານ ພູທອນ ຊາສີ ກ່າວວ່າ:

ຮູ້ສຶກພາກພູມໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງ ໃນການປະກອບສ່ວນອຸປະຖຳຄັ້ງນີ້ ແລະ ໄດ້ຊຸກຍູ້ໃຫ້ວຽກງານຂອງກຳລັງທີ່ປະຕິບັດໜ້າທີ່ ໃຫ້ມີຄວາມສະດວກ, ມີຄວາມເຂັ້ມແຂງ ໃນການປະຕິບັດໜ້າທີປ້ອງກັນເຊື້ອພະຍາດໂຄວິດ-19 ເຊິ່ງເຄື່ອງທີ່ນຳມາມອບມີມູນຄ່າທັງໝົດ ຈໍານວນ 50.282.500 ກີບ ໄດ້ແກ່:

  • ນ້ຳດື່ມ 175 ແກັດ
  • ໝີ່ໄວໆ 14ແກັດ
  • ໝາກກ້ວຍ 550 ແກັດ
  • ຜ້າປິດປາກ 35 ກັບ

ໃນໂອກາດນີ້, ທ່ານຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ ກໍໄດ້ກ່າວສະແດງຄວາມຂອບໃຈທີ່ເຫັນໄດ້ຄວາມສຳຄັນຂອງ ວຽກງານປ້ອງກັນສະກັດກັ້ນ, ເຝົ້າລະວັງເຊື້ອພະຍາດໂຄວິດ-19 ໃນຄັ້ງນີ້ ແລະ ອວຍພອນໄຊອັນປະເສີດໃນປີໃໝ່ນີ້ໃຫ້ ທ່ານ ພູທອນ ຊາສີ ພ້ອມຄອບຄົວ ແລະ ຄະນະ ຈົ່ງມີແຕ່ຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ການດໍາເນີນທຸລະກິດ ກໍໃຫ້ຂະເລີນຮຸ່ງເຮືອງ ແລະ ເຕີບໃຫຍ່ຂຶ້ນກວ່າເກົ່າ.