ຊົມເຊີຍ ຄອບຄົວ ປ້າບົວຄໍາ ກຸນຊະນະ ມອບເຄື່ອງຊ່ວຍປະຊາຊົນ ບ້ານຊ້າງຄູ້ ຕ້ານໂຄວິດ

0
1177

ໃນວັນທີ 21 ເມສາ 2020, ຄອບຄົວ ປ້າບົວຄໍາ ກຸນຊະນະ ປະຊາຊົນບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂບກ ປະເພດເຂົ້າສານຈໍານວນ 650 ກິໂລກຼາມ; ໄຂ່ໄກ່ 65 ແຕະ; ໝີ່ເຄິ່ງສໍາເລັດຮູບ 26 ແກັດ; ແລະ ປາກະປ໋ອງ 200 ອັນ, ລວມມູນຄ່າ 18.000.0000 ກວ່າກີບ ໄປມອບໃຫ້ອໍານາດປົກຄອງບ້ານຊ້າງຄູ້ ເພື່ອແຈກຢາຍໃຫ້ກັບປະຊາຊົນ ຜູ້ທີ່ມີຄວາມຈໍາເປັນ ຈໍານວນ 70 ຄອບຄົວທີ່ໄດ້ມາລົງທະບຽນພາຍຫຼັງທີ່ໄດ້ຮັບການແຈ້ງການຈາກທ່ານນາຍບ້ານ ເພື່ອເປັນການຈຸນເຈືອ ແລະ ແກ້ໄຂຄວາມຫຍຸ້ງຍາກໃນໄລຍະທີ່ມີການແຜ່ລະບາດຂອງເຊື້ອພະຍາດຈຸລະໂລກສາຍພັນໃໝ່ ໂຄວິດ 19 ນີ້

ກ່າວຮັບໂດຍ ທ່ານ ວັນທອງ ພົງສະຫວັນທອງ ນາຍບ້ານໆຊ້າງຄູ້ ພ້ອມດ້ວຍຄະນະ.