ກອງປະຊຸມລັດຖະບານ ໃຫ້ສືບຕໍ່ເຂັ້ມງວດປະຕິບັດຄໍາສັ່ງ 06

0
1161

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2020 ໄດ້ໄຂຂຶ້ນໃນຕອນເຊົ້າ ແລະ ປິດລົງໃນຕອນແລງ ຂອງວັນທີ 23 ເມສາ 2020 ໂດຍເປັນກອງປະຊຸມທາງໄກ (Video Conference), ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດ ຖະມົນຕີ, ສະມາຊິກລັດຖະບານ ພ້ອມດ້ວຍ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ຄະນະສະ ເພາະກິດ ຮັບຜິດຊອບຕິດຕາມຜົນກະທົບ, ຜັນຂະຫຍາຍນະໂຍບາຍ ແລະ ມາດຕະການຫຼຸດຜ່ອນຜົນກະທົບ ການແຜ່ລະບາດຂອງພະຍາດໂຄວິດ-19 ເຂົ້າຮ່ວມ.

ກອງປະຊຸມ ໄດ້ເນັ້ນໜັກມາດຕະການປ້ອງກັນ, ຄວບຄຸມ ແລະ ຮັບມືການລະບາດຂອງພະຍາດ COVID-19 ດັ່ງນີ້:

ໃຫ້ສືບຕໍ່ເຂັ້ມງວດໃນການປະຕິບັດຄຳສັ່ງ ເລກທີ 06/ນຍ, ແຈ້ງການ ຫຼື ຄຳແນະນຳ ຂອງຄະນະສະເພາະກິດ ແລະ ຂະແໜງການທີ່ກ່ຽວຂ້ອງ ຈົນຮອດວັນທີ 3 ພຶດສະພາ 2020 ຕາມທີ່ລັດຖະບານໄດ້ຕົກລົງ, ໃນນີ້ ໃຫ້ເພີ່ມຄວາມເຂັ້ມງວດ ໃນການປະຕິບັດມາດຕະການຈໍານວນໜື່ງ ຍັງບໍ່ທັນປະຕິບັດໄດ້ດີເທົ່າທີ່ຄວນ  ແລະ ຍັງມີລັກສະນະຖືເບົາ ນັບແຕ່ວັນທີ 20 ເມສາ ມານີ້

ໃຫ້ສືບຕໍ່ເອົາໃຈໃສ່ຄຸ້ມຄອງຄົນທີ່ຈະມາຈາກຕ່າງປະເທດໃນຕໍ່ໜ້າ ໂດຍສະເພາະແຮງງານລາວ ທີ່ຈະກັບມາຈາກປະເທດໃກ້ຄຽງ ທີ່ຈະສືບຕໍ່ເຂົ້າມາ  ແລະ ຊ່ຽວຊານບັນດາໂຄງການ ແມ່ນໃຫ້ມີການກັກກັນ ຢູ່ສູນ ແລະ ກວດຫາເຊື້ອພະ ຍາດກ່ອນ. ຖ້າຜົນກວດອອກມາ ເປັນບວກ (ມີເຊື້ອ) ໃຫ້ສົ່ງເຂົ້າໂຮງໝໍເພື່ອຮັບການປິ່ນປົວທັນທີ, ຖ້າຜົນກວດອອກມາເປັນລົບ (ບໍ່ມີເຊື້ອພະຍາດ) ໃຫ້ສືບຕໍ່ກັກກັນຕົວ ແລະ ຕິດຕາມອາການ ຈົນຄົບ 14 ວັນ. ຫ້າມເດັດຂາດ ບໍ່ໃຫ້ກັກກັນຕົວຢູ່ເຮືອນ.

ໃຫ້ຄະນະສະເພາະກິດ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ເປັນພິເສດຕໍ່ວຽກງານຈຳນວນໜື່ງທີ່ຜ່ານມາ ຍັງມີຄວາມເຂົ້າໃຈທີ່ບໍ່ເປັນເອກະພາບກັນ ຊຶ່ງບາງທ້ອງຖິ່ນ ໄດ້ກຳນົດເງື່ອນໄຂສະເພາະຂອງຕົນ ໂດຍບໍ່ທັນສອດ ຄ່ອງກັບເນື້ອໃນຈິດໃຈຄຳສັ່ງ 06/ນຍ ໃນການຈັດຕັ້ງປະຕິບັດຕົວຈິງ ເປັນຕົ້ນ:

  • ບາງທ້ອງຖິ່ນ ຍັງມີການຈຳກັດ ແລະ ສ້າງຄວາມຫຍຸ້ງຍາກ ໃຫ້ປະຊາຊົນໄປທຳການຜະລິດ, ໄປນາ, ໄປສວນ ແລະ ໄປທໍາມາຫາກິນ, ຊຶ່ງໃນຄຳສັ່ງ ແມ່ນບໍ່ໄດ້ຫ້າມ.
  • ການອອກນິຕິກຳຜັນຂະຫຍາຍ ຫຼື ແນະນໍາ ຂອງບາງຂະແໜງການ ແລະ ທ້ອງຖິ່ນ ເຫັນວ່າມີກໍລະນີຂັດກັບເນື້ອໃນຈິດໃຈຂອງຄໍາສັ່ງ 06/ນຍ.
  •  ຍັງມີການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ, ຂ່າວລວງ, ຂ່າວລື, ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ.

ໃຫ້ຄະນະສະເພາະກິດ ຄົ້ນຄວ້າ ແລະ ກຳນົດວ່າ ເຂດໃດເປັນເຂດທີ່ມີຄວາມສ່ຽງສູງ, ເຂດໃດເປັນເຂດທີ່ມີຄວາມສ່ຽງໜ້ອຍ ແລະ ເຂດໃດບໍ່ມີຄວາມສ່ຽງ (ເຂດແດງ, ເຂດເຫຼືອງ ແລະ ເຂດຂຽວ) ພ້ອມທັງກຳນົດແຈ້ງວ່າມາດຕະ ການປ້ອງກັນ ແລະ ຄວບຄຸມ ໃນແຕ່ລະເຂດ ຕ້ອງເຮັດແນວໃດ, ເຂດທີ່ມີຄວາມ ສ່ຽງໜ້ອຍ ແລະ ບໍ່ມີຄວາມສ່ຽງ ຈະຜ່ອນຜັນໃນການປະຕິບັດບັນດາມາດຕະ ການປ້ອງກັນ ແລະ ຄວບຄຸມຄືແນວໃດ?, ຈາກນັ້ນອອກຄຳແນະນໍາ ໃຫ້ບັນດາທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດ.

ໃຫ້ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ປະຊາ ຊົນເອົາໃຈໃສ່ ແລະ ມີສະຕິໃນການປ້ອງກັນຕົນເອງ ເພື່ອບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອ ຕາມການແນະນໍາຂອງຄະນະສະ ເພາະກິດ ເປັນຕົ້ນ ມາດຕະການນໍາໃຊ້ຜ້າປິດປາກ-ດັງ, ມາດຕະການລ້າງມືດ້ວຍນໍ້າຢາລ້າງມື, ມາດຕະການຮັກສາໄລຍະຫ່າງ, ມາດຕະການຮັກສາຄວາມສະອາດໃນການກິນຢູ່ ; ວາງແຜນໃນ ການປັບປຸງຟື້ນຟູການທ່ອງທ່ຽວ ແລະ ການບໍລິການ ໃນໄລຍະສັ້ນ, ກາງ ແລະ ຍາວ.

ໃຫ້ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ ແລະ ອົການປົກຄອງທ້ອງຖິ່ນ ເອົາໃຈໃສ່ສະກັດກັ້ນແກ້ໄຂການລະເມີດຄຳສັ່ງ, ນິຕິກຳຕ່າງໆ ໃນການຕ້ານ COVID-19 ແລະ ບັນດາປະກົດການຫຍໍ້ທໍ້ ໃນສັງຄົມ ໃຫ້ເຂັ້ມງວດ ແລະ ສັກສິດຕື່ມ.