ວັນທີ 24 ເມສາ 2020, ພົຈວ ທອງສຸກ ຍາເອີລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ຄະນະສະເພາະກິດຕ້ານການແພ່ລະບາດຂອງພະຍາດໂຄວິດ-19 ກະຊວງ ປກສ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ຕິດຕາມການລາຍງານສະພາບການໃນໄລຍະການແພ່ລະບາດຂອງເຊື້ອພະຍາດຈຸລະໂລກ ຢູ່ກອງບັນຊາການປ້ອງກັນເຄື່ອນທີ່ ແລະ ນໍາຜ້າອັດປາກ-ດັງ ຈໍານວນ 10 ກັບ ມອບໃຫ້ກອງບັນຊາການອີກດ້ວຍ.

ພັທ ທອງພັດ ແສນສຸວັນ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ໄດ້ລາຍງານສະພາບການໂດຍຫຍໍ້ ໃຫ້ຮູ້ວ່າ: ນັບແຕ່ມີຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 06, ຄະນະກອງບັນຊາການໄດ້ມີແຜນການ, ແຜນງານ, ແຜນຄົນ ແລະ ພາຫະນະອຸປະກອນຕ່າງໆໃນການອອກປະຕິບັດໜ້າທີ່ຢ່າງເຂັ້ມງວດ ສະແດງອອກຄື: ມີຈໍານວນພົນປະຈຳການປົກກະຕິ ແລະ ສໍາຮອງ ຈໍານວນ 110  ສະຫາຍຕໍ່ມື້, ມີລົດກະບະ ຈໍານວນ 3 ຄັນ, ລົດສະເກມ 6 ຄັນ ໃນນີ້ໄດ້ເອົາໃຈໃສ່ລາດຕະເວນຕາມຂອບເຂດຮັບຜິດຊອບຕະຫຼອດ 24 ຊົ່ວໂມງກໍຄືນັບແຕ່ວັນທີ 1-19 ເມສາຜ່ານມາ ໄດ້ນໍາໃຊ້ລົດກະບະ ແລະ ລົດສະເກມ ອອກກວດລາຕະເວນທັງໝົດ 144  ຄັນ ຈໍານວນ 2.016 ເທື່ອຄົນ, ກວດພົບເຫັນບັນດາຫ້າງຮ້ານບັນເທີງ, ກິນດື່ມ ແລະ ຮ້ານເກມຈໍານວນໜຶ່ງທີ່ຂັດກັບຄໍາສັ່ງເລກທີ 06/ນຍ ມີທັງໝົດ 6 ຮ້ານ ຈໍານວນພົນຢູ່ໃນຮ້ານມີ 57 ຄົນ ເຊິ່ງໄດ້ນໍາໄປສຶກສາອົບຮົມ; ພ້ອມນີ້ຍັງໄດ້ສຶກສາອົບຮົມກຸ່ມແກ້ງກວນເມືອງ, ມົ້ວສຸມຢາເສບຕິດ ແລະ ທ່ຽວເດີກ ຈໍານວນ 92 ຄົນ, ຢຶດລົດຈັກທີ່ດັດແປງສະພາບ ແລະ ບໍ່ຖືເອກະສານ ຈໍານວນ 4 ຄັນ, ກັກຕົວຜູ້ຄ້າຂາຍຢາເສບຕິດໄດ້ 1 ຄົນ ພ້ອມຂອງກາງຢາບ້າ 185 ເມັດ.

ສ່ວນການຕິດຕາມສະພາບ, ຄຸ້ມຄອງສູນຝຶກອົບຮົມວິຊາສະເພາະດົງຊຽງດີ ແມ່ນໄດ້ສືບຕໍ່ລົງກວດກາ ດ້ວຍການສີດຢາ-ພົ່ນຢາຂ້າເຊື້ອ ເພື່ອກຽມພ້ອມໃນການຮອງຮັບນັກສຶກສາທີ່ຈະເຂົ້າໄປສືບຕໍ່ສຶກສາຮໍ່າຮຽນພາຍຫຼັງໄດ້ຮັບອະນຸຍາດຈາກຂັ້ນເທິງ.