ໃນວັນທີ 22 ເມສາ 2020, ຄະນະສະເພາະກິດຄວບຄຸມ, ຕ້ານ ແລະ ສະກັດກັ້ນ ພະຍາດ COVID-19 ຂັ້ນແຂວງ ແຂວງວຽງຈັນ ໄດ້ສະຫຼຸບຖອດຖອນບົດຮຽນການປະຕິບັດວຽກງານໃນໄລຍະຜ່ານມາ ຢູ່ທີ່ຫ້ອງປະຊຸມ ບໍລິສັດ ສະຕ່າ ໂທລະຄົມ ສາຂາແຂວງວຽງຈັນ ບ້ານນາເຄືອ ເມືອງວຽງຄຳ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ, ມີບັນດາຄະນະສະເພາະກິດຕ້ານໂຄວິດ-19 ຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.

ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງໆວຽງຈັນ ປະທານຄະນະສະເພາະກິດຄວບຄຸມ, ຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຂັ້ນແຂວງ ພ້ອມດ້ວຍຄະນະສະເພາະກິດແຕ່ລະເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການຕ້ານ ແລະ ສະກັດກັ້ນໂຄວິດ-19 ໃນໄລຍະທີ 1 ຜ່ານມາ, ນັບແຕ່ວັນທີ 1-19 ເມສາ 2020 ວ່າ:

ຄະນະສະເພາະກິດຄວບຄຸມ, ຕ້ານ ແລະ ສະກັດກັ້ນ ພະຍາດ COVID-19 ແຕ່ລະຂັ້ນ ໄດ້ເອົາໃຈໃສ່ປະຕິ ບັດຄຳສັ່ງເລກທີ 06/ນຍ ແລະ ຄຳສັ່ງເລກທີ 015/ຈຂ.ວຈ ໂດຍຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂັ້ນແຂງໄດ້ລົງຕິດຕາມຊຸກຍູ້ບັນດາເມືອງ ຈັດຕັ້ງຜັນຂະຫຍາຍ ຄໍາສັ່ງຄຳແນະນໍາ, ຄວາມພ້ອມໃນການປ້ອງກັນ ສົມທົບກັບເມືອງແຈ້ງໃຫ້ນາຍບ້ານ ເຜີຍແຜ່ ແລະ ໃຫ້ຄຳແນະ ນຳປະຊາຊົນ ຮັບຮູ້ ແລະ ເຂົ້າໃຈ ຕໍ່ມາດຕະການ, ວິທີການປ້ອງກັນCOVID-19 ເຫັນວ່າປະຊາຊົນ ໃຫ້ການຮ່ວມມືເປັນຢ່າງດີ ຕີລາຄາໄດ້ 80% , ມີພະນັກງານແພດໝໍຮັບໃຊ້ນັບແຕ່ຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ, ມີອຸປະກອນຮັບໃຊ້ທີ່ຈໍາເປັນຈໍານວໜຶ່ງ ເຊັ່ນ: ຜ້າອັດປາກ, ເຈວລ້າງມື, ນ້ຳຢາຂ້າເຊື້ອ, ເຄື່ອງວັດແທກອຸນຫະພູມ. ໃນໄລຍະຜ່ານມາ, ແຂວງວຽງຈັນ ມີຈຳນວນຜູ້ທີ່ສົງໄສ ແລະ ເອົາຕົວຢ່າງໄປກວດ ລວມ 14 ຄົນ; ໃນນີ້, ກວດຢູ່ໂຮງຫມໍແຂວງ 6 ຄົນ, ໂຮງໝໍເມືອງ ໂພນໂຮງ 5 ຄົນ ແລະ ເມືອງວັງວຽງ 3 ຄົນ (ຜົນການກວດບໍ່ພົບຜູ້ເຊື້ອ).

ໃນກອງປະຊຸມ, ຍັງໄດ້ວາງທິດທາງ-ແຜນການຈັດຕັ້ງປະຕິບັດໃນໄລຍະທີ 2 ແຕ່ວັນທີ 20 ເມສາ ຫາ 3 ພຶດສະພາ 2020, ທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ສືບຕໍ່ເຝົ້າລະວັງຢ່າງເຂັ້ມງວດຕື່ມອີກ ເພື່ອບໍ່ໃຫ້ປະຊາຊົນສະຫຼ້າໃຈ ຫຼື ເກີດຄວາມປະມາດ ໃນທ່າມກາງທີ່ທົ່ວໂລກຍັງສືບຕໍ່ມີການລະບາດເປັນວົງກວ້າງ.