ໃນວັນທີ 23 ເມສາທີ່ຜ່ານມາ, ເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ອອກກວດກາລາດຕະເວນຕາມຂອບເຂດເມືອງໄຊເສດຖາ ຫາເມືອງຫາດຊາຍຟອງ ໄດ້ພົບເຫັນຮ້ານເກມອອນລາຍຍັງເປີດໃຫ້ບໍລິການ ລວມມີ 3 ຮ້ານ; ເຊິ່ງຖືວ່າເປັນການລະເມີດຝ່າຝືນຕໍ່ຄໍາສັ່ງ ເລກທີ 06/ນຍ, ເຈົ້າໜ້າທີ່ ຈຶ່ງໄດ້ເຮັດບົດບັນທຶກກ່າວເຕືອນ ແລະ ສັ່ງໃຫ້ປິດຮ້ານ.

ການກວດກາລາດຕະເວນຂອງເຈົ້າໜ້າທີ່ ພົບເຫັນ ຄື: ເວລາ 14:40 ໂມງ ໄດ້ພົບເຫັນຊາຍໜຸ່ມຄົນໜຶ່ງຢືນຢູ່ໜ້າຮ້ານເກມອອນລາຍ 89 ຢູ່ບ້ານໂນນສະຫງ່າ ເມືອງໄຊເສດຖາ, ກວດຄົ້ນຕົວພົບຢາບ້າ 1 ເມັດ ແລະ ບັດເຕີມເກມ ຈຶ່ງກັກຕົວໄວ້ກ່ອນ ຄື: ທ້າວ ວົງ ອາຍຸ 45 ປີ; ພ້ອມເຂົ້າເຮັດບົດບັນທຶກກ່າວເຕືອນກັບເຈົ້າຂອງຮ້ານເກມດັ່ງກ່າວ ທີ່ຍັງເປີດໃຫ້ບໍລິການ ແລະ ເວລາ 20:30 ໂມງ ໄດ້ເຂົ້າເຮັດບົດບັນທຶກກ່າວເຕືອນກັບຮ້ານເກມອອນລາຍ ທີທີ ຢູ່ບ້ານຊໍາເຄ້ ເມືອງໄຊເສດຖາ ແລະ ເວລາ 22:00 ໂມງ ໄດ້ເຂົ້າເຮັດບົດບັນທຶກກ່າວເຕືອນກັບເຈົ້າຂອງຮ້ານເກມອອນລາຍສະປອດ 777 ຢູ່ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ທີ່ຍັງເປີດໃຫ້ບໍລິການ; ພ້ອມສັ່ງໃຫ້ປິດຮ້ານ.