ການຢັ້ງຢື້ນຂອງກະຊວງສາທາລະນະສຸກ ໃນວັນທີ 25 ເມສາ ນີ້ວ່າ: ສາມາດປີ່ນປົ່ວຜູ້ຕິດເຊື້ອພະຍາດອັກເສບປອດ COVID-19 ຫາຍດີເພີ່ມອີກ 3 ຄົນ ແລະ ບໍ່ມີຜູ້ຕິດເຊື້ອເພີ່ມອີກ.

ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະສະເພາະກິດຄວບຄຸມ ພະຍາດອັກເສບປອດ COVID-19 ໄດ້ຢັ້ງຢື້ນວ່າ: ສາມາດປີ່ນປົວມີຜູ້ຕິດເຊື້ອຫາຍດີເພີ່ມຂຶ້ນ 3 ຄົນ ແລະ ຜົນກວດກຸ້ມສ່ຽງທີ່ໄດ້ເກັບຕົວຢ່າງນັ້ນ ພົບວ່າ ບໍ່ມີຜູ້ຕິດເຊື້ອເພີ່ມຂຶ້ນ ແລະ ຍັງໄດ້ສືບຕໍ່ຕິດຕາມກວດອີກ.

ປັດຈຸບັນ, ຍັງມີຜູ້ຄິດເຊື້ອທີ່ນອນຮັກສາຢູ່ໂຮງໝໍ ມີພຽງ 12 ຄົນ ແລະ ເຫັນວ່າ ມີອາການຕິດເຊື້ອເບົາບາງລົງ ແລະ ຄາດວ່າຈະມີຜູ້ຫາຍດີເພີ່ມຂຶ້ນອີກ.