ຮອງນາຍົກ ລົງຊຸກຍູ້ວຽກສະກັດກັ້ນ ແລະ ຄວບຄຸມໂຄວິດ-19 ຢູ່ບ້ານຊ້າງຄູ້

0
1493

ວັນທີ 26 ເມສາ 2020, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະ ລົງຊຸກຍູ້ວຽກງານສະກັດກັ້ນ ແລະ ຄອບຄຸມການລະບາດຂອງພະຍາດໂຄວິດ-19 ທີ່ຫ້ອງແຖວພັກເຊົາຂອງປະຊາຊົນ ຢູ່ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ, ທ່ານຮອງລັດຖະມົນຕີ ກະຊວງ ຖວທ, ທ່ານເຈົ້າເມືອງ, ຫົວໜ້າພະແນກ, ອໍານາດການປົກຄອງ ແລະ ປະຊາຊົນ ໃຫ້ການຕ້ອນຮັບ.

ໂອກາດນີ້, ທ່ານ ວັນທອງ ພົງສະຫວັນທອງ ໄດ້ລາຍງານສະພາບຂອງບ້ານໂດຍຫຍໍ້ ຄື:

ບ້ານຊ້າງຄູ້ ແບ່ງເປັນ 42 ໜ່ວຍ, ມີ 550 ຄອບຄົວ, ມີພົນລະເມືອງທັງໝົດ 2.740 ຄົນ ຍິງ 1.520 ຄົນ, ອາຊີບສ່ວນໃຫຍ່ເປັນ ພະນັກງານລັດຖະກອນ ກວມເອົາ 70%, ເຖິງແມ່ນວ່າຈະເປັນບ້ານໃຫຍ່ ແຕ່ຍ້ອນຮັບການຊີ້ນໍາເອົາໃຈໃສ່ໃກ້ສິດຈາກຂັ້ນເທິງ ຈຶ່ງເຮັດໃຫ້ບ້ານມີຄວາມສະຫງົບປອດໄພໂດຍພື້ນຖານ.

ຕໍ່ໜ້າສະພາບການລະບາດຂອງພະຍາດໂຄວິດ-19, ພາຍຫຼັງມີຄໍາສັ່ງແນະນໍາເລກທີ 06/ນຍ ຂອງທ່ານນາຍົກ ທາງອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ສົມທົບກັບ ໜ່ວຍງານສະເພາະກິດຂອງເມືອງ ແລະ ນວ ໄດ້ລົງເຜີຍແຜ່ແນະນໍາຜ່ານໂທລະໂຂ່ງ, ຫົວໜ່ວຍ 10 ຫຼັງຄາເຮືອນ ແລະ ບັນດາຫ້ອງແຖວພັກເຊົາ, ລົງກວດກາ ຕິດຕາມເຝົ້າລະວັງຢ່າງຕໍ່ເນື່ອງ ເຮັດໃຫ້ບ້ານຂອງພວກເຮົາມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ບໍ່ມີຜູ້ຕິດເຊື້ອ.

ພ້ອມນີ້, ທ່ານຮອງນາຍົກ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ການເອົາໃຈໃສ່ຢ່າງຕັ້ງໜ້າຂອງ ອໍານາດການປົກຄອງ, ພໍ່ແມ່ປະຊາຊົນ ທີ່ພ້ອມກັນເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຄໍາສັ່ງແນະນໍາເລກທີ 06 ຂອງ ທ່ານນາຍົກ ດ້ວຍຄວາມຮັບຜິດຊອບສູງ, ພ້ອມທັງໄດ້ຍົກໃຫ້ເຫັນຜົນຂອງ ການຈັດຕັ້ງປະຕິບັດເລກທີ 06 ຂອງນາຍົກ ແລະ ເນັ້ນໃຫ້ເອົາໃຈໃສ່ມາດຕະການແກ້ໄຂການດໍາລົງຊີວິດ, ການປັບປຸງພັດທະນາຊີວິດການເປັນຢູ່ ໃນໄລຍະພະຍາດໂຄວິດ-19 ທີ່ພວມແຜ່ລະບາດ ໃຫ້ມີຄວາມຕື່ນຕົວ ເອົາໃຈໃສ່ເຂັ້ມງວດປ້ອງກັນຕົນເອງ ໂດຍສະເພາະໜັ່ນລ້າງມື, ໃຊ້ຜ້າປິດປາກປິດດັງທຸກຄັ້ງ.

ນອກນັ້ນ, ທ່ານຍັງເປີດໂອກາດໃຫ້ພໍ່ແມ່ປະຊາຊົນ ນໍາສະເໜີບັນຫາຂໍ້ຫຍຸ້ງຍາກ ແລະ ຄວາມຮຽກຮ້ອງຕ້ອງການ ຕໍ່ເຈົ້າຂອງຫ້ອງພັກເຊົາ ເພື່ອນໍາສະເໜີຕໍ່ອໍານາດການປົກຄອງ ໃຫ້ຫາຊ່ອງທາງໃນການແກ້ໄຂ ແລະ ນັບຈາກມື້ນີ້ໄປຈະເຮັດແນວໃດ ເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ນັບມື້ດີຂຶ້ນ ເພື່ອພ້ອມກັນຜ່ານຜ່າວິກິດໃນຄັ້ງນີ້.

ພ້ອມດຽວກັນນີ້, ທາງຄະນະ ຍັງໄດ້ນໍາເອົາເຄື່ອງຊ່ວຍເຫຼືອຈໍານວນໜຶ່ງ ເຊິ່ງປະກອບມີ: ຜ້າປິດປາກປິດດັງ, ເຫຼົ້າ 90 ແລະ ໄຂ່ ມາມອບໃຫ້ແກ່ພໍ່ແມ່ປະຊາຊົນທີ່ພັກເຊົາ ໃນຈໍານວນ 15 ຫ້ອງ.