ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ທັງເປັນ ຜູ້ປະຈໍາການ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື COVID-19 ໄດ້ຖະແຫຼງກ່ຽວກັບສະພາບການເຝົ້າລະວັງ ແລະ ວິເຄາະ COVID-19 ໃນວັນທີ 26 ເມສາ 2020 ວ່າ ບໍ່ມີຜູ້ຕິດເຊື້ອ COVID-19 ລາຍໃໝ່ ຢູ່ ສປປ ລາວ ເປັນມື້ທີ 14 ຕິດຕໍ່ກັນຄົບ 2 ອາທິດເຕັມ.

ໃນຈໍານວນຜູ້ຕິດເຊື້ອສະສົມ 19 ຄົນ ກໍໄດ້ອອກໂຮງໝໍແລ້ວ 7 ຄົນ ແລະ ຍັງເຫຼືອ 12 ຄົນ ທີ່ຍັງສືບຕໍ່ຕິດຕາມປິ່ນປົວຕາມອາການຢ່າງໃກ້ຊິດ, ເຊິ່ງໃນນີ້ມີ: ຢູ່ໂຮງໝໍແຂວງຫຼວງພະບາງ 1 ຄົນ ເປັນຜູ້ຊາຍ ແລະ ຢູ່ໂຮງໝໍມິດຕະພາບ 11 ຄົນ.

ການເຝົ້າລະວັງ ແລະ ວິເຄາະ ແມ່ນໄດ້ເກັບຕົວຢ່າງມາກວດທັງໝົດ 74 ຄົນ, ໃນນັ້ນຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 14 ຄົນ, ແຮງງານລາວທີ່ກັບມາຈາກປະເທດໄທ 60 ຄົນ (ແຮງງານທັງໝົດ ແມ່ນບໍ່ມີອາການ); ໃນຈໍານວນຜູ້ມີອາການສົງໄສ 14 ຄົນ ແມ່ນຢູ່ນະຄອນຫຼວງວຽງຈັນ 12 ຄົນ ຄື: ໂຮງໝໍມິດຕະພາບ 9 ຄົນ, ໂຮງໝໍເຊດຖາທິຣາດ 2 ຄົນ, ໂຮງໝໍ 103 ມີ 1 ຄົນ ແລະ ຢູ່ແຂວງສະຫວັນນະເຂດ 2 ຄົນ.

ສຳລັບແຮງງານລາວມີຈຳນວນ 60 ຄົນ ຄື: ຈຳປາສັກ 30 ຄົນ, ສະຫວັນນະເຂດ 26 ຄົນ, ສາລະວັນ 3 ຄົນ, ຫຼວງພະບາງ 1 ຄົນ ແລະ ຜົນກວດທັງໝົດ 74 ຄົນ ບໍ່ພົບເຊື້ອ. ນັບແຕ່ເດືອນມັງກອນ ຮອດວັນທີ 25 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດມີ 1.735 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (14 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ).

ມາຮອດວັນທີ 25 ເມສາ 2020, ທົ່ວປະເທດຍັງມີສູນຈໍາກັດບໍລິເວນທັງໝົດ 211 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 943 ຄົນ, ຈໍາກັດບໍລິເວນຢູ່ເຮືອນ 666 ຄົນ, ເກັບຕົວຢ່າງມາກວດວິເຄາະຫາເຊື້ອ 475 ຄົນ ແລະ ທັງໝົດບໍ່ພົບເຊື້ອ.

ໂອກາດນີ້, ທ່ານ ຮສ ດຣ. ພູທອນ ເມືອງປາກ ຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ ຈົ່ງສືບຕໍ່ຮ່ວມໄມ້ຮ່ວມມື ເປັນເຈົ້າການຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ນຍ ແລະ ບັນດາຂໍ້ແນະນຳຕ່າງໆຢ່າງຖືກຕ້ອງ ແລະ ເຂັ້ມງວດ ຈົນຮອດວັນທີ 3 ພຶດສະພາ 2020.

ຖ້າວ່າບັນດາທ່ານ ຫຼື ຄົນໃນຄອບຄົວຂອງທ່ານ ມີອາການຄ້າຍຄືໄຂ້ຫວັດ ຫຼື ອາການໄຂ້, ອາການຜິດປົກກະຕິອື່ນໆ ຂໍໃຫ້ມາກວດນໍາແພດໝໍຢູ່ໂຮງໝໍ ບໍ່ໃຫ້ຢ້ານວ່າຈະມາຕິດເຊື້ອ COVID-19 ຢູ່ໂຮງໝໍ ແຕ່ລະໂຮງໝໍມີການຈັດສັນລະບົບຄັດແຍກຜູ້ສົງໄສເປັນພະຍາດ COVID-19 ແລະ ຜູ້ເຈັບເປັນທົ່ວໄປອອກຈາກກັນ ເປັນເຂດໜຶ່ງສະເພາະ.