ໃນອາທິດທີ່ຜ່ານມາ,  ທີມງານຄະນະສະເພາະກິດຕິດຕາມຜົນກະທົບທາງດ້ານເສດຖະກິດ ເພື່ອຮັບມືກັບການລະບາດຂອງເຊື້ອພະຍາດ ໂຄວິດ-19 ຂອງແຂວງສະຫວັນນະເຂດ, ນຳໂດຍທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງ ທັງເປັນປະທານສະເພາະກິດຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງສຳຫຼວດພື້ນຖານການຜະລິດ, ການລ້ຽງສັດ ຂອງປະຊາຊົນ ຢູ່ເຂດເມືອງໄຊພູທອງ ແຂວງສະຫວັນນເຂດ.

ໂດຍຄະນະສະເພາະກິດ ໄດ້ໄປຢ້ຽມຢາມຟາມລ້ຽງງົວ ຂອງທ່ານ ສໍາລານ ຄໍາມຸງຄຸນ  ຢູ່ເຂດບ້ານທ່າໂພ ແລະ ບ້ານຫົວຫາດ ທີ່ຂຶ້ນກັບເມືອງໄຊພູທອງ; ງົວທີ່ລ້ຽງຢູ່ໃນຟາມມີສອງສາຍພັນ ຄື: ແນວພັນບຣາມັນ ແລະ ງົວລາດ, ສ່ວນງົວພັນມີຈໍານວນ 30 ໂຕ, ແມ່ພັນ 10 ໂຕ, ງົວລາດມີຈໍານວນ 90 ໂຕ; ຈາກນັ້ນ, ຄະນະ ກໍໄດ້ໄປຢ້ຽມຢາມຟາມງົວ ທ່ານ ກໍ່າ ປະຊາຊົນບ້ານຫົວຫາດ ມີງົວທັງໝົດ 210 ໂຕ. ໃນນັ້ນ, ງົວພັນ 21 ໂຕ ແລະ ງົວລາດ 169 ໂຕ, ເຊິ່ງທັງສອງຟາມແມ່ນໄດ້ສະໜອງສັດໃຫ້ກັບໂຮງຂ້າສັດ ເພື່ອນຳໄປຂາຍໃນຕະຫຼາດໃຫ້ພຽງພໍກັບຄວາມຕ້ອງການຂອງປະຊາຊົນ.

ໂອກາດນີ້, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຍັງໄດ້ຮຽກຮ້ອງມາຍັງເຈົ້າຂອງຟາມລ້ຽງງົວທັງສອງຟາມ, ເຊິ່ງເປັນຜູ້ຈຳໜ່າຍຊີ້ນງົວອອກສູ່ທ້ອງຕະຫຼາດ ຈົ່ງພ້ອມກັນເອົາໃຈໃສ່ໃນການປັບປຸງຄຸນະພາບ, ຄວາມສະອາດ ເພື່ອຄວາມປອດໄພຂອງຜູ້ບໍລິໂພກ, ພ້ອມທັງໃຫ້ມີການຈັດຕັ້ງກຸ່ມຜູ້ຂາຍຢູ່ຕະຫຼາດຕ່າງໆພາຍໃນເມືອງ ແລະ ແຂວງ ສົ່ງອອກຂາຍສູ່ທ້ອງຕະຫຼາດໃຫ້ຫຼາຍຂຶ້ນ.

ຄຽງຄູ່ກັນນັ້ນ, ທ່ານຮອງເຈົ້າແຂວງ ຍັງໄດ້ເນັ້ນໃຫ້ທາງພະແນກການທີ່ກ່ຽວຂອງແຂວງ ແລະ ເມືອງ ຈົ່ງພ້ອມກັນເອົາໃຈໃສ່ ສົ່ງເສີມການຜະລິດຂອງປະຊາຊົນ ໃຫ້ຖືກຕາມເຕັກນິກວິຊາການ ເພື່ອຕອບສະໜອງສະບຽງອາຫານ ໃຫ້ພຽງພໍກັບຄວາມຕ້ອງການ ເນັ້ນໜັກໃຫ້ພະແນກອຸດສາຫະກຳ-ການຄ້າແຂວງ ເອົາໃຈໃສ່ຄວບຄຸມລາຄາສິນຄ້າຕາມທ້ອງຕະຫຼາດໃຫ້ເໝາະສົມລະຫວ່າງຜູ້ຊື້ ແລະ ຜູ້ຂາຍ.