ອາທິດແລ້ວນີ້, ຢູ່ທີ່ເຂດກຸ່ມບ້ານທີ 8 ຂອງເມືອງໄຊພູທອງ ແຂວງສະຫວັນນເຂດ ໄດ້ມີການປິດສູນກັກກັນແຮງງານລາວ ທີ່ກັບມາຈາກຕ່າງປະເທດ ຈໍານວນ 45 ສູນ ໂດຍການເຂົ້າຮ່ວມ ຂອງທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ ທັງເປັນປະທານຄະນະສະເພາະກິດຂັ້ນເມືອງພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ອຸດອນ ບຸດຕະວົງ ຫົວໜ້າຫ້ອງການ ຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວເມືອງໄຊພູທອງ ທັງເປັນຄະນະສະເພາະກິດຂັ້ນເມືອງຊີ້ນໍາກຸ່ມບ້ານທີ 8 ບ້ານດົງດອກໄມ້-ເຮືອນຫີນ ລາຍງານໃຫ້ຮູ້ວ່າ: ໂດຍປະຕິບັດຄໍາສັ່ງເລກທີ 06/ນຍ, ຄໍາສັ້ງເລກທີ 758/ຈຂ,ສຂ ແລະ ຄໍາສັ່ງເລກທີ 194/ຈມ,ຊທ ແລະ ຄໍາສັ່ງແນະນໍາເພີ່ມເຕີມຕ່າງຂອງລັດຖະບານ ແລະ ສະເພາະກິດຂັ້ນສູນກາງ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ຢ່າງເຂັ້ມງວດດ້ວຍຄວາມຮັບຜິດຊອບສູງຂອງຄະນະພັກແຕ່ລະຂັ້ນ, ລົງຮອດຮາກຖານກຸ່ມບ້ານພາຍໃນເມືອງໄຊພູທອງ ກໍເຫັນໄດ້ວ່າໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ມີຈຸດສຸມ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 21 ມີນາ 2020 ເປັນຕົ້ນມາ; ເຊິ່ງມີແຮງງານລາວທີ່ໄດ້ເດີນທາງກັບມາຈາກປະເທດທີ່ມີການລະບາດຂອງພະຍາດໂຄວິດ-19 ຢູ່ເມືອງໄຊພູທອງ ທັງໝົດ 2.507 ຄົນ ຍິງ 1.246 ຄົນ ໃນຈຳນວນນີ້ ໄດ້ກັບຄືນສູ່ຄອບຄົວແລ້ວຫຼັງຈາກກັກຕົວ 14 ວັນ ຈຳນວນ 2.504 ຄົນ ຍິງ 1.244 ຄົນ ຍັງຄ້າງສູນພຽງແຕ່ 3 ຄົນເທົ່ານັ້ນ. ສະເພາະຢູ່ກຸ່ມບ້ານທີ 8 ມີຜູ້ເຂົ້າມາກວດແທກອຸ່ນນະພູມມີທັງໝົດ 406 ຄົນ, ຍິງ 216 ຄົນ, ມີແຮງງານລາວເຂົ້າມາກັກກັນຢູ່ສູນດົງດອກໄມ້ທັງໝົດ 311 ຄົນ, ຍິງ 157 ຄົນ ມາຮອດວັນທີ 24 ມີນາ 2020 ຈິ່ງໄດ້ຂະຫຍາຍສູນອອກຕື່ມຍ້ອນມີຄວາມແອອັດໄດ້ແຍກອອກເປັນ 5 ສູນຄື: ສູນໃຫຍ່ດົງດອກ ໄມ້, ສູນເຮືອນຫີນ, ສູນເຫຼົາໝາກຫູດ, ສູນເວີນຄູນ ແລະ ສູນຫວ້ຍຂະຫຍອງ, ຜ່ານການກວດກາ ແລະ ຕິດຕາມອາການ ຄົບກໍານົດ 14 ວັນ ກໍໄດ້ເຮັດໃບຢັ້ງຢືນຈາກທີມງານແພດໝໍຈິ່ງໄດ້ໃຫ້ແຮງງານກັບຄືນສູ່ຄອບຄົວໄດ້ ທາງທີມງານແພດໝໍກໍໄດ້ມີການທໍາຄວາມສະອາດສູນກັກກັນແຮງງານລາວດ້ວຍການຜົ່ນຢາຂ້າເຊື້ອທັງໝົດ.

ທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ ໄດ້ເນັ້ນໃຫ້ອໍານາດການປົກຄອງຂັ້ນເມືອງ, ຂັ້ນບ້ານ ເພີ່ມທະວີການເຝົ້າລະວັງຢ່າງເຂັ້ມງວດ ຖືເອົາວຽກງານປ້ອງກັນດ່ານກວດກາຕາມແຕ່ລະບ້ານຕື່ມອີກ, ຢ້ານມີຜູ້ສວຍໂອກາດກໍ່ເຫດຂີ້ລັກງັດແງະ, ກໍ່ຄວາມບໍ່ສະຫງົບສຸກພາຍໃນບ້ານ. ນອກນັ້ນ, ທຸກຄົນກໍຕ້ອງໄດ້ເອົາໃຈໃສ່ປ້ອງກັນຕົນເອງໃນໄລຍະທີ່ມີການລະບາດຂອງເຊື້ອພະຍາດໂຄວິດ-19, ຕ້ອງຖືເອົາວຽກງານໂຄສະນາ, ວຽກງານປ້ອງກັນເປັນບັນຫາສຳຄັນ.