ກາງເດືອນເມສາ 2020, ທີ່ຫ້ອງວ່າການເມືອງ- ເມືອງເງິນ ແຂວງໄຊຍະບູລີ ມີພາກສ່ວນຕ່າງໆ ນຳເອົາເງິນສົດພ້ອມດ້ວຍວັດຖຸປັດໄຈຈຳນວນໜຶ່ງ ມາມອບໃຫ້ຄະນະສະເພາະກິດຂັ້ນເມືອງ ເພື່ອປະກອບສ່ວນໃນການຈັດຕັ້ງປະຕິບັດມາດຕະການສະກັດກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ 19  ຢູ່ເມືອງເງິນ.

ໃຫ້ກຽດກ່າວຮັບໂດຍແມ່ນ ທ່ານ ສີທະນົນໄຊ ທອງເທພາ ຮອງເຈົ້າເມືອງ ປະທານຄະນະສະເພາະກິດຕ້ານ, ສະກັດກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ 19 ຂັ້ນເມືອງ, ພາກສ່ວນທີ່ນໍາວັດຖຸປັດໄຈປະກອບສ່ວນຄັ້ງນີ້ມີ ທ່ານ ເສີດ ຮ້ານຂາຍວັດສະດຸກໍ່ສ້າງບ້ານຂອນ ມອບເງິນສົດ 1.000.000 ກີບ, ທ່ານ ແນັກຊັນ ສົມສັກ ບໍລິສັດແນັກຊັນຂາເຂົ້າ-ຂາອອກ ມອບນ້ຳດື່ມ 25 ແກັດ ມູນຄ່າ 550.000 ກີບ, ບໍລິສັດນ້ຳມັນເຊື້ອໄຟລາວ ມອບເງິນສົດ 500.000 ກີບ, ທ່ານ ສີ ໂຮງສີເຂົ້າໃຫຍ່ ບ້ານຂອນ 500.000 ກີບ, ລັດວິສາຫະກິດນ້ຳປະປາ ປະຈຳເມືອງເງິນ  ມອບເງິນສົດ 500.000 ກີບ ແລະ ລັດວິສາຫະກິດ ໄຟຟ້າລາວ ສູນເມືອງເງິນ 300.000 ກີບ.

ມາຮອດປັດຈຸບັນນີ້ ທາງຄະນະສະເພາະກິດ ຕ້ານ, ສະກັດກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ 19 ເມືອງເງິນ ໄດ້ມີຍອດຮັບຈາກການບໍລິຈາກ ໂດຍຄວາມສະມັກໃຈ ໄດ້ທັງໝົດ 16.850.000 ກີບ ໃນນີ້ເປັນວັດຖຸ ແລະ ເຄື່ອງບໍລິໂພກ ລວມມູນຄ່າ 5.000.000 ກວ່າກີບ.