ທ່ານ​ ພົງ​ສະ​ຫວັນ ສິດ​ທະ​ວົງ​ ເຈົ້າ​ແຂວງໄຊ​ຍະ​ບູ​ລີ ພ້ອມ​ດ້ວຍ​ຄະ​ນະ​ສະ​ເພາະ​ກິດ​ຕ້ານ​ສະ​ກັດ​ກັ້ນ​ ການ​ແຜ່​ລະ​ບາດ ພະ​ຍາດອັກເສບປອດຈາກເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​ (ໂຄວິດ- 19) ຂັ້ນ​ແຂວງ ໄດ້​ລົງ​ເຄື່ອນໄຫວ​ຢຽມ ຢ​າມ ຕິດ​ຕາມ​ການ​ເຝົ້າ​ລະ​ວັງ​ສະ​ກັດ​ກັ້ນ​ການ​ລະ​ບາດ​ ຄວບ​ຄຸມ ແລະ ກະ​ກຽມ​ຄວາມ​ພ້ອມ​ຮອບ​ດ້ານ​ ເພື່ອ​ຕ້ານພະຍາດ​ໂຄວິດ- 19 ​ຢູ່​ເມືອງ​ເງິນ ໃນກາງເດືອນ ເມ​ສາ 2020 ຜ່ານມາ.

ທ່ານ ສີ​ທະ​ນົນ​ໄຊ ທອງ​ເທ​ພາ ຮອງເຈົ້າເມືອງ – ເມືອງເງິນ ປະ​ທານ​ຄະ​ນະ​ສະ​ເພາະ​ກິດ​ ຂັ້ນ​ເມືອງ ໄດ້​ລາຍ​ງານ​ວ່າ: ພາຍຫຼັງ​ໄດ້​ຮັບ​ຄຳ​ສັ່ງ​ໃນ​ການ​ຍົກ​ລະ​ດັບ​ເພີ່ມ​ທະ​ວີ​ຂອງ​ຂັ້ນ​ເທິງ​ ທາງ​ຄະ​ນະ​ສະ​ເພາະ​ກິດ​ຂອງ​ເມືອງ​ໄດ້​ຈັດຕັ້ງໄດ້​ຜັນ​ຂະ​ຫຍາຍ​ຄຳ​ສັ່ງ​ເລກ​ທີ 06/ນຍ ແລະ ເລກ​ທີ 94/ຈ​ຂ – ຊຍ​ ມາ​ເປັນ​ອັນ​ລະ​ອຽດ​ຂອງ​ເມືອງ​ ພ້ອມທັງນໍາຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​ຢູ່​ທ້ອງ​ຖີ່ນ​ຢ່າງ​ເຂັ້ມ​ງວດ ແລະ ໄດ້​ກຳ​ນົດສູນ​ກັກ​ກັນ​ບໍ​ລິ​ເວນ, ແຕ່ງ​ຕັ້ງ​ພະ​ນັກ​ງານ​ປະ​ຈຳ​ຢູ່ແຕ່ລະ​ສູນ ລວມມີ 7 ສູນ​ໃນ​ທົ່ວ​ເມືອງ, ຈັດຕັ້ງ​ຈຸດກວດ​ກາ​ດ້ານ​ສຸ​ຂະ​ພາບຢູ່ 3 ຈຸດ​ຄື: ດ່ານ​ສາ​ກົນ​ນ້ຳ​ເງິນ, ຈຸດ​ບ້ານ​ປາກ​​ແຄນ ​ຊາຍ​ແດນ ເມືອງ ເງິນ ຫາ ປາກແບງ ແຂວງ​ອຸ​ດົມ​ໄຊ ແລະ ຈຸດ​ບ້ານ​ ນາ​ຍາງ​ຄຳ ​ຊາຍ​ແດນ​ເມືອງ​ເງິນ ຫາ ເມືອງຫົງ​ສາ.

ສ່ວນການກວດກາຢູ່​ທັງ 7 ສູນ​ທີ່ຂຶ້ນກັບ​ເມືອງເງິນ ໄດ້ມີຜູ້ຖືກກັກບໍລິເວນທັງໝົດ 276 ຄົນ ຍິງ 112 ຄົນ, ຕິດ​ຕາມອາການຄົບ 14 ວັນ​ຄົບແລ້ວ 203 ຄົນ ຍິງ 83 ຄົນ ແລະ ຍັງສືບ​ຕໍ່​ຕິດ​ຕາມ 73 ຄົນ ຍິງ 26 ຄົນ, ສຳ​ລັບ​ບຸກ​ຄົນ​ທີ່​ອອກ​ສູນ​ໄປ​ນັ້ນ ເຈົ້າໜ້າທີ່​​​ຫ້ອງ​ການ​ສາ​ທາ​ລະ​ນະ​ສຸກເມືອງ ​ໄດ້​ອອກ​ໜັງສືຢັ່ງ​ຢືນ​ສຸ​ຂະ​ພາບ ແລະ ໃຫ້​ຄຳ​ແນະ​ນຳ​ໄປ​ປະ​ຕິ​ບັດ​ຕົວ​ຢູ່​ບ້ານ, ​ເຮືອນ ເພື່ອ​ຕິດ​ຕາມ​ເຝົ້າ​ລະ​ວັງ​ຕໍ່​ໄປ.

ຈາກນັ້ນ, ​​ຄະ​ນະ​ສະ​ເພາະ​ກິດ​ຂັ້ນ​ແຂວງ – ຂັ້ນເມືອງ​ ໄດ້​ລົງ​ກວດ​ເບີ່ງ​ຈຸດກວດ​ກາ​ດ້ານ​ສຸ​ຂະ​ພາບຢູ່ຈຸດ​ບ້ານ​ປາກ ແຄນ ​ຊາຍ​ແດນເມືອງເງິນ ຫາ ປາກ​ແບງ ແຂວງ​ອຸ​ດົມ​ໄຊ​, ຢ້ຽມຢາມ​ສູນ​ກັກ​ບໍ​ລິ​ເວນບ້ານ​ນ້ຳ​ທົນ. ໂອກາດດັ່ງກ່າວ ​ທ່ານ​ເຈົ້າ​ແຂວງ​ໄຊຍະບູລີ ຍັງ​ໄດ້​ມອບ​ກ້ອງ​ຖ່າຍ​ຮູບ 1 ໜ່ວຍ​ໃຫ້​ອົງ​ການ​ປົກ​ຄອງ​ເມືອງ​ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ມີຄວາມສະດວກ ແລະ ມີປະສິດທິຜົນສູງ.

ໂດຍ: ອິນ​ແປງ ແຫວນ​ຄຳ