ປັດຈຸບັນ, ນອກຈາກການເຝົ້້າລະວັງການລະບາດຂອງພະຍາດໂຄວິດ-19 ແລ້ວ ແຂວງຜົ້ງສາລີ ຍັງໄດ້ປ້ອງກັນພະຍາດໄຂ້ຍຸງລາຍຕື່ມອີກ ເພາະໄລຍະກ້າວເຂົ້້າສູລະດູຝົນ ສະພາບໄຂ້ຍຸງລາຍເລີ່ມມີການລະບາດມາໄລຍະໜຶ່ງແລ້ວ, ເຊິ່ງຕາມຕົວເລກລາຍງານຈາກກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ 28 ທັນວາ 2019 – 24 ເມສາ 2020 ທົ່ວປະເທດພົບຜູ້ຕິດເຊື້ອໄຂ້ຍຸງ 904 ກໍລະນີ ແລະ ປັດຈຸບັນເສຍຊີວິດ 1 ຄົນຢູ່ນະຄອນ ຫຼວງ ໂດຍອັດຕາການຮ້າຍແຮງຂອງພະຍາດແມ່ນ 0,35%, ສ່ວນຢູ່ແຂວງຜົ້ງສາລີ ມີຜູ້ຕິດເຊື້ອ 5 ກໍລະນີ.

 

ສະນັ້ນ, ການປ້ອງກັນໄຂ້ຍຸງລາຍ ກໍເປັນອີກບັນຫາໜຶ່ງທີ່ແຂວງຜົ້ງສາລີ ກຳລັງເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ ໂດຍອາໄສຈັງຫວະຂອງທີ່ປະຊາຊົນບັນດາເຜົ່າ, ພະນັກງານ, ພໍ່ຄ້າ,  ນັກທຸລະກິດຕ່າງໆ ທີ່ພາກັນພວມກັກບໍລິເວນຕົນເອງຢູ່ເຮືອນນັ້ນ ໃຫ້ຈັດທຳລາຍແຫຼ່ງເພາະພັນຂອງຍຸງຢູ່ເຮືອນຕົນເອງ ຢ່າງຈິງຈັງ ແລະ ຕິດຕາມປ້ອງກັນພະຍາດຕາມລະດູການຍ້ອນວ່າເລີ້ມເຂົ້າລະດູຝົນ ແມ່ນລະດູການຂອງໄຂ້ເລືອດອອກ ແລະ ພະຍາດຕິດເຊື້ອອື່ນໆ ໂດຍສະເພາະຍາດທີ່ປ້ອງກັນໄດ້ດ້ວຍວັກແຊງ ເປັນຕົ້ນພະຍາດຄໍຕີບ, ໄຂ້ໝາກແດງ ແລະ ໄອໄກ່.

ຂ່າວ: ສົມຄິດ ແກ້ວນວນລາ