ໃນວັນທີ 28 ເມສາ 2020 ນີ້, ບໍລິສັດ ທາງລົດໄຟລາວ-ຈີນ ໄດ້ນໍາເອົາອຸປະກອນການແພດ ເຊັ່ນ:​ ໜ້າກາກອະນາໄມໃຊ້ຄັ້ງດຽວ ຈໍານວນ 286 ອັນ, ເຄື່ອງແທກອຸນຫະພູມ 250 ອັນລວມມູນຄ່າທັງໝົດ 1.679.400.000 ກີບ; ກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນແຂວງຢູນນານ ຫຸ້ນສ່ວນ ຈໍາກັດ ມອບເງິນສົດ ຈໍານວນ 500.000.000 ກີບ; ບໍລິສັດ ໄທເມດ (ມູນລະນິທິ ວິລະພູຊົງ ) ມອບເງິນຈໍານວນ 150.000.000 ກີບ; ບໍລິສັດ ສົມວັນຈະເລີນ ເປໂຕລ້ຽມເຈວລີ ຈໍາກັດ ມອບເງິນຈໍານວນ 100.000.000 ກີບ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ວຽກງານສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື COVID-19 , ໂດຍໃຫ້ກຽດກ່າວຮັບ ຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະສະເພາະກິດຕ້ານສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື COVID-19 ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນແຂວງຢູນນານ ຫຸ້ນສ່ວນ ຈໍາກັດ ມອບເງິນສົດ 500.000.000 ກີບ

ໂອກາດດັ່ງກ່າວ, ທ່ານຮອງນາຍົກໄດ້ຕາງໜ້າພະນັກງານແພດ-ໝໍກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງ 4 ບໍລິສັດ ທີ່ໃຫ້ຄວາມເປັນຫ່ວງເປັນໄຍອຸ້ມຊູຊ່ວຍເຫຼືອ ດ້ວຍວັດຖຸປັດໄຈ ເຂົ້າໃນການປະຕິບັດໜ້າທີ່ຂອງອ້າຍ-ນ້ອງພະນັກງານແພດໝໍໃນຄັ້ງນີ້ ພ້ອມທັງຈະນໍາເອົາເຄື່ອງດັ່ງກ່າວໄປໜູນໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ COVlD 19 ໃຫ້ໄດ້ຮັບໝາກຜົນສູງສຸດ.

ມູນລະນິທິ ວິລະພູຊົງ ມອບເງິນຈໍານວນ 150.000.000 ກີບ