ຖືວ່າເປັນຂ່າວດີຕໍ່ເນື່ອງໃນວັນທີ 28 ເມສາ 2020 ນັບເປັນໄລຍະເວລາ 16 ມື້ຕິດຕໍ່ກັນທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອ COVID-19 ເພີ່ມອີກ, ໃນຈໍານວນຜູ້ຕິດເຊື້ອສະສົມ 19 ຄົນ ກໍ່ໄດ້ອອກໂຮງໝໍແລ້ວ 7 ຄົນ ປັດຈຸບັນມີຜູ້ຕິດເຊື້ອນອນຕິດຕາມ ປິ່ນປົວຢູ່ໂຮງໝໍພຽງແຕ່ 12 ຄົນ ຢູ່ໂຮງໝໍແຂວງຫຼວງພະບາງ ມີ 1 ຄົນເປັນເພດຊາຍ,  ເຫັນວ່າມີອາການຄົງຕົວ ຂັ້ນເບົາບາງແລະຍັງຕິດຕາມປິ່ນປົວຕາມອາການ; ຢູ່ໂຮງໝໍມິດຕະພາບ ມີ 11 ຄົນທັງໝົດເຫັນວ່າ ມີອາການເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ.

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19 ໄດ້ຖະແຫຼງຂ່າວ ໃນວັນທີ 28 ເມສາ 2020 ວ່າ: ຄະນະຮັບຜິດຊອບການເຝົ້າລະວັງ ແລະ ວິເຄາະໄດ້ເກັບຕົວຢ່າງມາກວດທັງໝົດ 19 ຄົນ,ໃນນັ້ນຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 15 ຄົນ, 1 ຄົນ ແມ່ນຜູ້ຕິດເຊື້ອກໍລະນີທີ 6 ທີ່ເກັບຕົວຢ່າງກວດຄືນ ແລະ 3 ຄົນ ແມ່ນແຮງງານລາວທີ່ກັບມາຈາກປະເທດໄທ. ຜົນກວດທັງໝົດ 19 ຄົນ ບໍ່ພົບເຊື້ອ.  

ທົ່ວປະເທດຍັງມີສູນຈໍາກັດບໍລິເວນ ທັງໝົດ 205 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 828 ຄົນ, ຈໍາກັດບໍລິເວນຢູ່ເຮືອນ 566 ຄົນ, ເກັບຕົວຢ່າງມາກວດວິເຄາະຫາເຊື້ອ 495 ຄົນ. ທັງໝົດບໍ່ພົບເຊື້ອ.

ພັກ ແລະ ລັດຖະບານ ໄດ້ເປັນຫ່ວງເປັນໄຍ ຕໍ່ການຄວບຄຸມ ແລະ ການແກ້ໄຂການລະບາດຢູ່ປະເທດຂອງພວກເຮົາ ໄດ້ວາງມາດຕະການ ແລະ ຂໍ້ແນະນຳຕ່າງໆອອກ, ເຊິ່ງກໍຊາບດີວ່າມີຜົນກະທົບຕໍ່ການດຳລົງຊີວິດປະຈໍາວັນຂອງພໍ່-ແມ່ປະຊາຊົນກໍ່ຄືກະທົບຕໍ່ການດໍາເນີນທຸລະກິດແຕ່ກໍ່ຂໍໃຫ້ຮຽກຮ້ອງບັນດາທ່ານໃຫ້ມີຄວາມອົດທົນພ້ອມກັນຜ່ານຜ່າວິກິດນີ້, ຂໍໃຫ້ບັນດາທ່ານຈົ່ງພ້ອມກັນປ້ອງກັນຕົນເອງ, ປ້ອງກັນຄອບຄົວ ແລະ ຜູ້ທີ່ຮັກແພງໃກ້ຊິດກັບບັນດາທ່ານຈາກການຕິດເຊື້ອພະຍາດCOVID-19 ຖືວ່າແມ່ນພັນທະ ແລະ ຄວາມຮັບຜິດຊອບຂອງບັນດາທ່ານ ແລະ ເປັນການປະກອບສ່ວນອັນສຳຄັນໃຫ້ແກ່ປະເທດຊາດ.

ຂ່າວ: ບຸນເຫຼືອ ບຸນສົງ