ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໃຫ້ຮູ້ວ່າ: ໃນວັນທີ 28 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 33 ຄົນ, ໃນນັ້ນ ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 11 ຄົນ, ເກັບຕົວຢ່າງ ຜູ້ຕິດເຊື້ອ ມາກວດຄືນ 3 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 19 ຄົນ (ແຮງງານທັງໝົດແມ່ນບໍ່ມີອາການ). ໃນນັ້ນ, ນະຄອນຫຼວງວຽງຈັນ 9 ຄົນ, ຈຳປາສັກ 1 ຄົນ ແລະ ຄຳມ່ວນ 1 ຄົນ, ສ່ວນແຮງງານລາວ ຈຳນວນ 19 ຄົນ ຄື: ຢູ່ສະຫວັນນະເຂດ 11 ຄົນ ແລະ ຈຳປາສັກ 8 ຄົນ. ເຊິ່ງຜ່ານການກວດທັງໝົດແມ່ນບໍ່ພົບເຊື້ອ.

ສປປ ລາວ ບໍ່ມີ ຜູ້ຕິດເຊື້ອ ເພີ່ມເປັນມື້ທີ 17
ສປປ ລາວ ບໍ່ມີ ຜູ້ຕິດເຊື້ອ ເພີ່ມເປັນມື້ທີ 17

ມາເຖິງວັນທີ 29 ເມສາ 2020, ເຫັນວ່າ ສປປ ລາວ ບໍ່ມີ ຜູ້ຕິດເຊື້ອ ໃໝ່ເປັນມື້ທີ 17 ແລ້ວ; ເຊິ່ງໃນຈໍານວນຜູ້ຕິດເຊື້ອສະສົມ 19 ຄົນ ກໍໄດ້ອອກໂຮງໝໍແລ້ວ 8 ຄົນ (ຜູ້ປ່ວຍທີ່ອອກໂຮງໝໍເປັນຄົນທີ 8 ເປັນເພດຊາຍ ຢູ່ແວງຫຼວງພະບາງ) ແລະ ຍັງເຫຼືອ 11 ຄົນ ທີ່ຈະໄດ້ສືບຕໍ່ຕິດຕາມ ປິ່ນປົວຕາມອາການຢ່າງໃກ້ຊິດ; ເຖິງສະພາບການລະບາດຜ່ອນຄາຍລົງຄືແນວນີ້ ແຕ່ພວກເຮົາກໍ່ບໍ່ໄດ້ປະໝາດ ແລະ ມີການເຝົ້າລະວັງຢ່າງໃກ້ຊິດ ເພື່ອສະກັດກັ້ນ ບໍ່ໃຫ້ມີການລະບາດຄືນຄັ້ງທີ 2