ທະຫານ ນວ ໄດ້ຮັບອຸປະກອນປ້ອງກັນໂຄວິດ-19
ທະຫານ ນວ ໄດ້ຮັບອຸປະກອນປ້ອງກັນໂຄວິດ-19

ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 29 ​ເມສາ 2020 ນີ້, ທ່ານ ພອນ​ປະ​ເສີດ ອິນ​ທະ​ສອນ ປະທານ​ບໍລິສັດ 3 SD ຈຳກັດ ປະທານ​ຮ່ວມ​ພັດທະນາ​ໂທລະພາບນະຄອນຫຼວງວຽງຈັນ ພ້ອມ​ດ້ວຍ​ຄະນະ​ແບ່ງປັນ​ນຳ້ໃຈ​ຕ້ານ​ໄພ​ໂຄ​ວິດ-19 ​ໄດ້​ນຳ​ເອົາ​ເຄື່ອງ​ອຸປະກອນ​ການ​ແພດ ຄື: ​ຜ້າ​ອັດປາກ-ດັງ, ​ເຈ​ວລ້າງ​ມື ພ້ອມ​ດ້ວຍ​ນຳ້​ດື່ມ, ​ກາ​ເຟ ຈຳນວນໜຶ່ງ ​ລວມມູນ​ຄ່າ  32 ລ້ານ ກີບ ​ແລະ ​ເງິນສົດ 20 ລ້ານ​ກີບ; ມາ​ມອບ​ໃຫ້​ກອງ​ບັນຊາ​ການ​ ທະຫານ ​ນະຄອນຫຼວງວຽງຈັນ ​ເພື່ອ​ເປັນ​ການ​ປະກອບສ່ວນ​ຊຸກຍູ້​ຊ່ວຍ​ເຫຼືອ​ໃນ​ການ​ປ້ອງ​ກັນ, ຄວບ​ຄຸມ ​ແລະ ຕ້ານ​ການ​ແພ່ລະບາດ​ຂອງ​ພະຍາດ​ອັກ​ເສບ​ປອດ ຈາກ​ເຊື້ອ​ຈຸລະ​ໂລກ​ສາຍ​ພັນ​ໃໝ່ (COVID-19 ).

ທະຫານ ນວ ໄດ້ຮັບອຸປະກອນປ້ອງກັນໂຄວິດ-19
ທະຫານ ນວ ໄດ້ຮັບອຸປະກອນປ້ອງກັນໂຄວິດ-19

ກ່າວຮັບ​​ໂດຍ​ ພົຈວ ສີ​ພອນ ຈັນ​ສົມ​ວົງ ຫົວໜ້າການ​ເມືອງ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງວຽງຈັນ ພ້ອມ​ຄະນະ; ​ໃນ​ໂອກາດນີ້, ທ່ານໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ເປັນ​ຢ່າງ​ສູງ​ຕໍ່ພາກດສ່ວນຕ່າງໆທີ່​ໄດ້​ປະກອບສ່ວນ​ຊ່ວຍ​ເຫຼືອໃນ​ຄັ້ງ​ນີ້ ແລະ ພ້ອມທີ່ຈະ​ນຳ​ເອົາ​​ອຸປະກອນ​ດັ່ງກ່າວນີ້​ໄປໝູນ​ໃຊ້​ເຂົ້າ​ໃນ​ວຽກງານ​ປ້ອງ​ກັນ ​ແລະ ຕ້ານ​ກະ​ກັດ​ກັ້ນການ​ແຜ່ລະ​ບາດຂອງ​ເຊື້ອ​ໄວຣັດ​ໂຄ​ວິດ-19 ​ໃຫ້​ໄດ້​ຮັບຜົນດີ.