ມອບ-ຮັບໜ້າທີ່ຫົວໜ້າອົງການຜູ້ຕາງໜ້າ ກະຊວງ ປກສ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ
ມອບ-ຮັບໜ້າທີ່ຫົວໜ້າອົງການຜູ້ຕາງໜ້າກະຊວງ ປກສ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ

ກະຊວງ ປກສ ຈັດພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ຫົວໜ້າອົງການຜູ້ຕາງໜ້າ ກະຊວງ ປກສ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ຂຶ້ນໃນວັນທີ 30 ເມສາ 2020 ໂດຍການເຂົ້າຮ່ວມຂອງ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງ ປກສ, ມີບັນດາຕາງໜ້າກົມ-ກອງອ້ອມຂ້າງກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ພັທ ສົມພອນ ແກ້ວພູທອນ ຮອງຫົວໜ້າກົມຈັດຕັ້ງ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຂຶ້ນຜ່ານຂໍຕົກລົງ ວ່າດ້ວຍການຖອນນາຍຕໍາຫຼວດ, ໂດຍຖອນ ພັອ ບຸນລໍ້າ ພະໄຊສົມບັດ ຫົວໜ້າອົງການຜູ້ຕາງໜ້າກະຊວງ ປກສ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ; ພ້ອມດຽວກັນນີ້, ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການ ແຕ່ງຕັ້ງ ພັທ ໄພວັນ ສິດທິຈັນ ເປັນຫົວໜ້າ ແລະ ພັທ ສັກດາ ໄຊຍະສົງຄາມ ເປັນຮອງ.

ໂອກາດດຽວກັນ, ຍັງໄດ້ມີການມອບຮັບໜ້າທີ່ລະຫວ່າງ  ຜູ້ເກົ່າ ແລະ ຜູ້ໃໝ່.