ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19 ໄດ້ຖະແຫຼງການໃຫ້ຮູ້ໃນວັນທີ 1 ພຶດສະພາ 2020 ວ່າ: ໃນວັນທີ 30 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 94 ຄົນ; ໃນນັ້ນ, ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 79 ຄົນ (ລວມທັງແພດ-ໝໍທີ່ສຳເລັດໄລຍະເຮັດວຽກປິ່ນປົວຄົນເຈັບໂຄວິດ19 ຈຳນວນ 26 ຄົນ), ເກັບຕົວຢ່າງຜູ້ຕິດເຊື້ອມາກວດຄືນ 11 ຄົນ ແລະ ກຳມະກອນທີ່ເດີນທາງມາຈາກປະເທດໄທ 4 ຄົນ, ໂດຍຜ່ານການກວດແລ້ວເຫັນວ່າທັງໝົດບໍ່ພົບເຊື້ອ; ເຊິ່ງໝາຍຄວາມວ່າໃນວັນທີ 30 ເມສາ 2020, ບໍ່ມີກໍລະນີຕິດເຊື້ອໃໝ່ ແລະ ເປັນມື້ທີ 19 ແລ້ວ ທີ່ມີຜູ້ຕິດເຊື້ອໂຄວິດ19 ເພີ່ມ ໃນ ສປປ ລາວ.

ມື້ທີ 19 ທີ່ບໍ່ພົບຜູ້ຕິດເຊື້ອເພີ່ມຂຶ້ນໃນ ສປປ ລາວ
ມື້ທີ 19 ທີ່ບໍ່ພົບຜູ້ຕິດເຊື້ອເພີ່ມຂຶ້ນໃນ ສປປ ລາວ

ປັດຈຸບັນ (ຮອດວັນທີ 30 ເມສາ 2020), ທົ່ວປະເທດ ຍັງມີສູນຈໍາກັດບໍລິເວນ ທັງໝົດ 175 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 617 ຄົນ, ຈໍາກັດບໍລິເວນຢູ່ເຮືອນ 424 ຄົນ, ເກັບຕົວຢ່າງມາກວດວິເຄາະຫາເຊື້ອ 568 ຄົນ ເຊິ່ງທັງໝົດແມ່ນບໍ່ພົບເຊື້ອ; ເວລານີ້, ມີຜູ້ຕິດເຊື້ອນອນຕິດຕາມ ປິ່ນປົວຢູ່ໂຮງໝໍແຕ່ 11 ຄົນ ທີ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບ 150 ຕຽງ ທັງໝົດມີອາການເບົາບາງ, ຍັງຕິດຕາມເພື່ອກວດວິເຄາະຢັ້ງຢືນການບໍ່ພົບເຊື້ອ ຈຶ່ງອະນຸຍາດໃຫ້ອອກໂຮງໝໍ.

ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 1 ພຶດສະພາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 212 (ປະເທດ/ເຂດ), ເພິ່ມຂຶ້ນອີກ 02 ປະເທດໃໝ່ ຄື: Tajikistan ແລະ Comoros

ຢ່າງໃດກໍຕາມ, ເຖິງສະພາບການລະບາດພາຍໃນປະເທດລາວເຮົາ ໄດ້ຜ່ອນຄາຍລົງຄືແນວນີ້ ແຕ່ກໍບໍ່ຄວນປະໝາດ ແລະ ຕ້ອງການເຝົ້າລະວັງຢ່າງໃກ້ຊິດ ເພື່ອສະກັດກັ້ນບໍ່ໃຫ້ມີການລະບາດຄືນຄັ້ງທີ 2 ໂດຍການເອົາໃຈໃສ່ປະຕິບັກຄຳສັ່ງເລກທີ 06/ນຍ ຢ່າງເຂັ້ມງວດ ຈົນເຖິງວັນທີ 3 ພຶດສະພາ 2020.