ທ່ານ ພອນ​ປະ​ເສີດ ອິນ​ທະ​ສອນ ປະທານ​ບໍລິສັດ 3SD ຈຳກັດ, ປະທານ​ຮ່ວມ​ພັດທະນາ​ໂທລະພາບ ນະຄອນຫຼວງວຽງຈັນ ພ້ອມ​ດ້ວຍ​ຄະນະ​ແບ່ງປັນ​ນ້ຳ​ໃຈ​ຕ້ານ​ໄພ​ໂຄ​ວິດ ​ໄດ້​ນຳ​ເອົາ​ອຸປະກອນຊ່ວຍ​ເຫຼືອ​​ປ້ອງ​ກັນ ​ແລະ ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​ COVID-19 ມາມອບໃຫ້ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໃນ​​ວັນ​ທີ 29 ​ເມສາ 2020, ຮັບ​​ໂດຍ​ ພົຈວ ສີ​ພອນ ຈັນ​ສົມ​ວົງ ຫົວໜ້າການ​ເມືອງ​ ກອງ​ບັນຊາ​ການ​ທະຫານ​ ນວ ພ້ອມ​ດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.

+ ເຄື່ອງ​ທີ່ນໍາມາມອບໃນຄັ້ງນີ້ມີ:

ຜ້າ​ປິດປາກ-ດັງ,​ ເຈ​ວລ້າງ​ມື ພ້ອມ​ດ້ວຍ​ນ້ຳ​ດື່ມ, ​ກາ​ເຟ ​ລວມມູນ​ຄ່າ 32 ລ້ານກີບ ​ແລະ ​ເງິນຈໍານວນ 20 ລ້ານ​ກີບ ເພື່ອ​ເປັນ​ການ​ປະກອບສ່ວນ​ຊຸກຍູ້​ຊ່ວຍ​ເຫຼືອ​ເຂົ້າໃນວຽກງານ​ການ​ປ້ອງ​ກັນ, ຄວບ​ຄຸມ ​ແລະ ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​ອັກ​ເສບ​ປອດ ຈາກ​ເຊື້ອ​ຈຸລະ​ໂລກ​ສາຍ​ພັນ​ໃໝ່ (COVID–19).

ໃນ​ໂອກາດນີ້, ພົຈວ ສີ​ພອນ ຈັນ​ສົມ​ວົງ ​ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​​ໃຈ​ເປັນ​ຢ່າງ​ສູງ​ຕໍ່ ທ່ານ ພອນ​ປະ​ເສີດ ອິນ​ທະ​ສອນ ພ້ອມຄະນະ ​ທີ່​ໄດ້​ປະກອບສ່ວນ​ຊ່ວຍ​ເຫຼືອໃນ​ຄັ້ງ​ນີ້, ເຊິ່ງເຄື່ອງ​ອຸປະກອນ​ດັ່ງກ່າວ ແມ່ນຈະນຳໄປໝູນ​ໃຊ້​ເຂົ້າ​ໃນ​ວຽກງານ​ປ້ອງ​ກັນ ​ແລະ ຕ້ານ​ກະ​ກັດ​ກັ້ນ ການ​ແຜ່ລະ​ບາດຂອງ​ເຊື້ອພະຍາດ​​ໂຄ​ວິດ-19 ໃຫ້​ໄດ້​ຮັບ​ຜົນໂຫຍດສູງສຸດ​.