ໂຮງໝໍ 6 ມີຖຸນາ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ລົງຈ່າຍຢາ ແລະ ກວດສຸຂະພາບໃຫ້ເຈົ້າໜ້າທີ່ ຢູ່ຈຸດກວດກາເຝົ້າລະວັງ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທຸກຈຸດພາຍໃນເທດສະບານ ນະຄອນໄກສອນພົມວິຫານ ຄຶ:

  • ຈຸດກວດກາເສັ້ນທາງເຂດບ້ານດອນເຊັງ
  • ຈຸດກວດກາເສັ້ນທາງເລກທີ 13 ໃຕ້ເຂດບ້ານຫ້ວຍ
  • ຈຸດກວດກາເສັ້ນທາງເລກ 9 ເຂດບ້ານດົງບັງ
  • ຈຸດກວດກາເສັ້ນທາງເຂດບ້ານປາກບໍ່
  • ຈຸດກວດກາຢູ່ເຂດວົງວຽນໄດໂນເສົາ
  • ຈຸດກວດກາເຂດສວນສຸຂະພາບ ທ່ານ ໜູຮັກ

ເຊິ່ງນຳໂດຍ ພັທ ສຸວັນນີ ໄຊຍະເສນ ຮອງຫ້ອງພະລາ ພ້ອມດ້ວຍພະນັກງານວິຊາສະເພາະ.

ການຈ່າຍຢາ ແລະ ກວດສຸຂະພາບ ແມ່ນໄດ້ແບ່ງອອກເປັນ 3 ຄັ້ງຄື:

  • ຄັ້ງທີ 1 ວັນທີ 4 ເມສາ
  • ຄັ້ງທີ 2 ວັນທີ 24 ເມສາ
  • ຄັ້ງທີ 3 ວັນທີ 1 ພຶດສະພາ 2020

ທັ້ງນີ້, ກໍເພື່ອຮັບປະກັນສຸຂະພາບຂອງ ພະນັກງານ-ນັກຮົບ ທີ່ປະຕິບັດໜ້າທີ່ຢູ່ແຕ່ລະຈຸດ ໃຫ້ມີຄວາມເຂັ້ມແຂງ, ປອດໄພ, ສຸມໃສ່ເຮັດໜ້າທີ່ວິຊາສະເພາະໃນການປ້ອງກັນ, ເຝົ້າລະວັງ, ສະກັດກັ້ນເຊື້ອພະຍາດໂຄວິດ-19 ບໍ່ໃຫ້ມີການແຜ່ລະບາດ ແລະ ຂະຫຍາຍຕົວ ແລະ ເພີ່ມຂຶ້ນ ພ້ອມທັງສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ຍັງເກີດຂຶ້ນຢູ່ໃນສັງຄົມ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100%.