ແຂວງໄຊຍະບູລີ ປຶກສາຫາລືການສືບຕໍ່ປ້ອງກັນເຊື້ອພະຍາດ COVID-19

0
936

ໃນວັນທີ 4 ພຶດສະພາ 2020, ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການ ໃນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19 ໃນໄລຍະວັນທີ 4-17 ພຶດສະພາ 2020, ເຊິ່ງມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ພ້ອມດ້ວຍຄະນະສະເພາະກິດ ຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຂັ້ນແຂວງ ແລະ ຂັ້ນເມືອງ 2 ເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ເພັດພິໄຊ ສູນວິໄລ ຫົວໜ້າຫ້ອງວ່າການ ແຂວງໄຊຍະບູລີ ຜ່ານແຈ້ງການສະບັບເລກທີ 524/ຫສນຍ, ລົງວັນທີ 1 ພຶດສະພາ 2020 ວ່າດ້ວຍ ການສືບຕໍ່ປະຕິບັດບັນດາມາດຕະການ ໃນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19 ໃນໄລຍະແຕ່ວັນທີ 4-17 ພຶດສະພາ 2020; ພ້ອມກັນນັ້ນ, ກໍໄດ້ຜ່ານບົດລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ການສະກັດກັ້ນພະຍາດໂຄວິດ-19 ແຕ່ວັນທີ 17 ມີນາ – 3 ພຶດສະພາ 2020 ເຊິ່ງມີລາຍລະອຽດດັ່ງນີ້:

+ ແຂວງໄຊຍະບູລີ ມີຄົນເຂົ້າດ່ານສາກົນທັງໝົດ 10.262 ຄົນ ເຊິ່ງມີຄົນຕ່າງແຂວງ 446 ຄົນ ຄື:

  • ດ່ານສາກົນນໍ້າເຫືອງ ເມືອງແກ່ນທ້າວ 5.817 ຄົນ
  • ດ່ານສາກົນພູດູ່ ເມືອງປາກລາຍ 708 ຄົນ
  • ດ່ານສາກົນນໍ້າເງິນ ເມືອງເງິນ 2.546 ຄົນ
  • ດ່ານສາກົນປາງມອນ ເມືອງຄອບ 715 ຄົນ
  • ດ່ານປະເພນີ 428 ຄົນ

ທັ້ງນີ້, ສູນກັກກັນບໍລິເວນໃນທົ່ວແຂວງ ທັງໝົດມີ 125 ສູນ, ຈໍານວນຜູ້ກັກກັນສະສົມຮອດວັນທີ 3 ພຶດສະພາ ທັງໝົດ 9.452 ຄົນ, ກັກກັນຢູ່ສູນ 8.258 ຄົນ, ກັກກັນຢູ່ບ້ານ 1.194 ຄົນ, ຮອດປັດຈຸບັນ ຍັງມີຜູ້ກັກກັນຈໍານວນ 60 ຄົນ ຢູ່ 10 ສູນ, ໄດ້ສໍາເລັດຈຸດຂ້າເຊື້ອມີທັງໝົດ 119 ຈຸດ, ທົ່ວແຂວງໄດ້ເກັບຕົວຢ່າງທັງໝົດສົ່ງໄປກວດ 77 ຄົນ, ໃນນີ້ນອນໂຮງໝໍ 24 ຄົນ ຍິງ 8 ຄົນ, ຜູ້ສໍາພັດ 3 ຄົນ, ເຂົ້າຜ່ານດ່ານ 50 ຄົນ, ຜົນກວດ ແມ່ນບໍ່ມີຜູ້ຕິດເຊື້ອ.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມ ກໍໄດ້ປຶກສາຫາລືກັນ ໃນການສືບຕໍ່ເຝົ້າວະວັງ, ປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19 ໃນໄລຍະແຕ່ວັນທີ 4-17 ພຶດສະພາ 2020 ຕື່ມອີກ.