ໃນວັນທີ 6 ພຶດສະພາ 2020, ບໍລິສັດ ແພນອອສ໌ ແລະ ພູເບ້ຍ ມາຍນິງ ຈຳກັດ ມອບອຸປະການແພດ ແລະ ທຶນລວມມູນຄ່າ 650.000 ໂດລາສະຫະລັດ ໃຫ້ລັດຖະບານ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຕ້ານກັບເຊື້ອພະຍາດໂຄວິດ-19 ຕາງໝ້າມອບໂດຍ ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ແພນອອສ໌ ແລະ ພູເບ້ຍມາຍນິງ ຈຳກັດ ແລະ ຕາງໜ້າຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ.