ໃນ​​ວັນ​ທີ 5 ພຶດສະພາ 2020, ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງວຽງຈັນ ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບຖອດ​ຖອນ​ບົດຮຽນ​ໃນການຈັດຕັ້ງ​ປະຕິບັດ​ມາດ​ຕະການ​ສະກັດ​ກັ້ນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ແຕ່​ວັນ​ທີ 31 ມີນາ-3 ພຶດສະພາ​ 2020, ​ໂດຍ​ການ​ເປັນ​ປະທານ​ຂອງ ​ພົ​ຈວ ສີ​ພອນ ຈັນ​ສົມ​ວົງ ຫົວໜ້າການ​​ເມື​ອງ ແລະ ພັອ ສີ ທະວີ​ໄຊ ຫົວໜ້າການ​ທະຫານ ກອງ​ບັນຊາ​ການ​ທະຫານ​ ນວ, ​ເຊິ່ງມີ​ຄະນະ​ພັກ-ຄະນະ​ບັນຊາ​ຈາກ​ອົງການ, ຫ້ອງ ແລະ ກົມ​ກອງ​ອ້ອມ​ຂ້າງ​ທີ່​ຂຶ້ນ​ກັບ ພ້ອມ​ດ້ວຍ​ຄະນະ​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ພັທ ​ເພັດ​ບັນດິດ ​ແປງ​ນາທີ ຫົວໜ້າຫ້ອງການ ກອງ​ບັນຊາ​ການ​ທະຫານ ​ນວ ໄດ້ຂຶ້ນ​ຜ່ານ​ບົດ​ສະຫຼຸບການ​ເຄື່ອນ​ໄຫວ​ຈັດ​ຕັ້ງ​ປະຕິບັດ​ມາດ​ຕະການສະກັດ​ກັ້ນ​ການ​ແພ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໃນ​ລະຫວ່າງວັນ​ທີ 31 ​ມີນາ ຫາ ວັນທີ 3 ພຶດສະພາ​ 2020 ໂດຍອີງ​ຕາມ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີ ສະບັບ​ເລກທີ 06/ນຍ ລົງ​ວັນ​ທີ 29 ມີນາ 2020 ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ມາດ​ຕະການ​ສະກັດ​ກັ້ນ, ຄວບ​ຄຸມ ​ແລະ ກຽມພ້ອມ​ຮອບດ້ານ​ເພື່ອ​ຕ້ານ​ພະຍາດ​ ໂຄ​ວິດ-19, ອີງ​ຕາມ​ແຈ້ງ​ການ​ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ສະບັບ​ເລກທີ 1783/ກປທ, ລົງ​ວັນ​ທີ 31 ມີນາ 2020 ວ່າ​ດ້ວຍ​ການ​ເພີ່​ມທະວີ​ສະກັດ​ກັ້ນ ​ແລະ ຕ້ານ​ພະຍາດ​ ໂຄ​ວິດ-19 ​ແລະ ອີງ​ຕາມ​ຄຳ​ສັ່ງ​ແນະນຳຂອງ​ຄະນະ​ສະ​ເພາະ​ກິດ ນວ ສະບັບ​ເລກທີ 002/ ສພກ.ນວ ລົງ​ວັນ​ທີ 8 ເມສາ 2020, ເຊິ່ງ​ໄດ້ມີການຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີ ສະບັບ​ເລກທີ 06/ນຍ ຢ່າງ​ເຂັ້ມ​ງວດ, ຈັດ​ຕັ້ງ​ລະບົບ​ປະຈຳການ​ແຕ່ລະ​ຂັ້ນ​ເປັນ​ປົກກະຕິ, ​ເພີ່ມ​ທະວີ​ໃນ​ການ​ເຝົ້າ​ລະວັງ​ສະກັດ​ກັ້ນ​ການ​ແພ່​ລະບາດ​ຂອງ​ພະຍາດ ​ໂຄ​ວິດ-19 ຈັດ​ຕັ້ງ​ກວດກາ​ວັດ​ແທກ​ອຸນຫະພູມ​ພະນັກງານ-ນັກຮົບ​ ​ໃນ​ການ​ເຂົ້າ​-ອອກຄ້າຍ​ຢ່າງ​ເຄັ່ງ​ຄັດ, ໄດ້​ເອົາ​ໃຈ​ໃສ່​​​ແຕ່ງ​ຕັ້ງອາ​ນຸກຳມະການ ຢູ່​ຂັ້ນ​ກອງ​ບັນຊາ​ການ, ​ລົງ​ເຄື່ອ​ນ​ໄຫວຊີ້ນຳ​ບັນດາ​ກົມ​ກອງ​ທີ່​​ເຮັດໜ້າທີ່ປະສານສົມທົບກັບ​ຂັ້ນ​ເທິງ ​ແລະ ອະນຸກຳມະການ​ແຕ່​ລະ​ພາກສ່ວນເຄື່ອນ​ໄຫວ​ກວດກາ​ຂອບ​ເຂດ ນວ ​ໂດຍ​ນຳ​ໃຊ້ກຳລັງຈຳນວນ 12 ສະຫາຍ ເຄື່ອນ​ໄຫວ​ກວດກາ​ລາດະ​ເວ​ຕາມ​ຕົວ​ເມືອງ.

ຜ່ານ​ການ​​ເຄື່ອນ​ໄຫວ ມີ​ຜູ້​ລະ​ເມີດຕໍ່ຄຳ​ສັ່ງ ​ເລກທີ 06/ນຍ ຈໍານວນ 34 ກໍລະ​ນີ, ນໍາໃຊ້ກໍາລັງ​ທະ​ຫານ​ເມືອງ ຈຳນວນ 198 ສະຫາຍ ຊີ້​ນຳ​ກຳລັງ​ກອງຫຼອນ, ສົມທົບ​ກັບ​ກຳລັງ ປກສ ກຸ່ມ, ປກສ ບ້ານ ​ແລະ ອຳນາດ​ການ​ປົກຄອງ​ບ້ານ ​ເພື່ອ​ຕິດຕາມ, ກວດກາ ການ​ເຄື່ອນ​ໄຫວ​ຂອງ​ປະຊາຊົນ​​ໃນ​ການ​ເຂົ້າ​ອອກ​ບ້ານ​ຂອງ​ຕົນ​ເອງ​ ແລະ ສົມທົບ​ກັບ​ຄະນະ​ສະ​ເພາະ​ກິດ​ຂັ້ນ​ເມືອງ, ອົງການ​ທີ່​ກ່ຽວຂ້ອງ​ເພື່ອ​ຕັ້ງ​ຈຸດ​ກວດກາ​ການ​ເຂົ້າ​-ອອກ​ເມືອງ, ການ​ເຄື່ອນ​ໄຫວ​ສັນຈອນ​ໄປ-ມາ ຂອງ​ພົນລະ​ເມືອງ ​ໃຫ້​ມີ​ຄວາມ​ຮັບປະກັນ​ໃນ​ການ​ປ້ອງ​ກັນ, ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ ​ໂຄ​ວິດ-19​ ​ໄດ້ເປັນ​ຢ່າງດີ.​