ໃນວັນທີ 6 ພຶດສະພາ ນີ້, ທ່ານ ແດງ ປະທຸມທອງ ຮອງເຈົ້າແຂວງໄຊສົມບູນ ທັງເປັນຫົວໜ້າຄະນະສະເພາະກິດຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງສືບຕໍ່ເຜີຍແຜ່ບັນດາມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະບາດໂຄວິດ-19 ຢູ່ທີ່ສະໂມສອນເມືອງທ່າໂທມ, ເຊິ່ງກ່າວຕອນຮັບໂດຍທ່ານ ສຸກສະເຫຼີມ ສົມມະນີ ຮອງເຈົ້າເມືອງ-ເມືອງທ່າໂທມ ຫົວໜ້າຄະນະສະເພາະກິດຂັ້ນເມືອງ, ມີຄະນະສະເພາະກິດຂັ້ນເມືອງ ແລະ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ແດງ ປະທຸມທອງ ໄດ້ເຜີຍແຜ່ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 524/ຫສນຍ, ລົງວັນທີ 1 ພຶດສະພາ 2020, ແຈ້ງການຂອງຫ້ອງວ່າການແຂວງໄຊສົມບູນ ສະບັບເລກທີ 1014/ຫວຂ.ຊບ ລົງວັນທີ 2 ພຶດສະພາ 2020, ແຈ້ງການຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ, ແລະ ແກ້ໄຂການລະບາດຂອງພະບາດໂຄວິດ 19 ສະບັບເລກທີ 045/ຄສກ. ຊບ ລົງວັນທີ 3 ພຶດ ສະພາ 2020 ແລະ ເອກະສານອື່ນໆອີກ ເພື່ອສືບຕໍ່ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນ ແລະ ຄວບ ຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ໃນລະຫວ່າງວັນທີ 4 ຫາ 17 ພຶດສະພາ 2020. ເປັນຕົ້ນແມ່ນສືບຕໍ່ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ສືບຕໍ່ລ້າງມືໃສ່ສະບູ ຫຼື ໃສ່ເຈວລ້າງມື, ສືບຕໍ່ໃສ່ຜ້າອັດປາກ-ດັງ ແລະ ວັດແທກອຸນຫະພູມ ຢ່າງເປັນປົກກະຕິ. ໃນນັ້ນ, ຫ້າມຈັດງານຊຸມນຸມ-ງານສ້າງສັນ ຫຼືການເຕົ້າໂຮມຄົນທີ່ມີຈໍານວນ 10 ຄົນຂຶ້ນໄປ, ສືບຕໍ່ໂຄສະນາເຜີຍແຜ່ຄວາມອັນຕະລາຍຂອງພະຍາດດັ່ງກ່າວ ໃຫ້ປະຊາຊົນໄດ້ຮັບຮູ້ຢ່າງທົ່ວເຖິງ ພ້ອມທັງແນະນໍາວິທີປ້ອງກັນຢ່າງລະອຽດ ດ້ວຍຫລາຍຮູບແບບໂດຍຜ່ານສື່ຕາ່ງໆຕາມຄວາມເໜາະສົມ.

ພ້ອມກັນນີ້, ຄະນະສະເພາະກິດຂັ້ນແຂວງ ຍັງໄດ້ຖອນກໍາລັງທະຫານທີ່ປະຈໍາຢູ່ແຕ່ລະດ່ານຕ່າງໆພາຍໃນແຂວງ ກັບຄືນສູ້ກົມກອງ ເນື່ອງຈາກວ່າສະຖານະການການແພ່ລະບາດຂອງພະຍາດດັ່ງກ່າວໄດ້ຜ່ອນຄາຍລົງ ແຕ່ກໍຍັງມີການເຝົ້າລະວັງຕິດຕາມກວດກາຄົນເຂົ້າ-ອອກແຂວງຢ່າງເຂັ້ມງວດ ເພື່ອບໍ່ໃຫ້ພະຍາດດັ່ງກ່າວແພ່ລະບາດເປັນວົງກວ້າງ. ພ້ອມກັນນີ້ ທ່ານຍັງໄດ້ມອບເງິນຈໍານວນ 65.760.000 ກີບໃຫ້ຄະນະສະເພາະກິດຂັ້ນເມືອງ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19. ຈາກນັ້ນ, ທ່ານຍັງໄດ້ນໍາເອົາເຄື່ອງບໍລິໂພກຈໍານວນໜຶ່ງໄປມອບໃຫ້ດ່ານກວດບ້ານຊຽງຄົງ ຈຸດຕໍ່ຊາຍແດ່ນ ແຂວງຊຽງຂວາງ ແລະ ບ້ານວັງໄຮ ຈຸດຕໍ່ຊາຍແດນແຂວງບໍລິລິຄໍາໄຊ ຕື່ມອີກ.