ໃນວັນທີ 29 ເມ​ສາ 2020 ຜ່ານ​ມາ, ກອງ​ບັນ​ຊາ​ການ ປກ​ສ ເມືອງ​ສິງ ແຂວງຫຼວງນໍ້າທາ ໄດ້​ສຶກ​ສາ​ອົມ​ຮົມ​ຜູ້​ທີ່​ລະ​ເມີດ​ຄຳ​ສັ່ງ​ ເລກ​ທີ 06/ນຍ ໃນ​ຊ່ວງ​ປີ​ໃໝ່​ລາວ ​ເຂົ້າ​ຮ່ວມໂດຍ​ ພັທ ທອງ​ສີ ທຳ​ມະ​ໂກດ  ຮອງກອງ​ບັນ​ຊາ​ການ ປກ​ສ ເມືອງ​ສິງ, ​ມີ​ການ​ປົກ​ຄອງ 3 ບ້ານ ແລະ ຜູ້ທີ່​​ລະ​ເມີດ​ຄຳ​ສັ່ງ​ ເຂົ້າ​ຮ່ວມ.

ພັຕ ເນັ່ງ ສຸກວົງ​ສັກ ຫົວ​ໜ້າ​ພະ​ແນກ​ຕຳ​ຫຼວດ ປກ​ສ ເມືອງ​ສິງ ໄດ້​ຂຶ້ນ​ຜ່ານ​ຄຳ​ສັ່ງ ເລກ​ທີ 06/ນຍ,  ​ແຈ້ງ​ການຂອງ​ຫ້ອງວ່າ​ການ​ແຂວງ ແລະ ບົດ​ບັນ​ທຶກກອງ​ປະ​ຊຸມ​​ຂອງ​ຄະ​ນະ​ປະ​ຈຳ​ພັກ​ເມືອງໆ​ສິງ ເພື່ອ​ໃຫ້​ເຂົາ​ເຈົ້າ​ເຊື່ອມ​ຊຶມ, ​ຮັບ​ຮູ້, ເຂົ້າ​ໃຈ​ຕໍ່​ແນວ​ທາງ​ຂອງ​ຂັ້ນ​ເທິງ​ທີ​່ວາງ​ມາດ​ຕະ​ການ​ເພື່ອ​ເຝົ້າ​ລະ​ວັງ​ຊ່ວງ​ທີ່​ພະ​ຍາດ ໂຄວິດ-19 ລະ​ບາດ ໃຫ້ຜູ້​ທີ່​ໄດ້​ລະ​ເມີດ 41 ຄົນ. ​ໃນ​ນີ້, ຢູ່​ບ້ານສົບ​ອິ​ໃໝ່ 20 ຄົນ, ບ້ານ ຈຽງ​ຍືນ 19 ຄົນ ແລະ ບ້ານ ຫົວ​ຂົວ 2 ຄົນ  ທີ່​ເຂົາ​ເຈົ້າ​ໄດ້​ລະ​ເມີດ​ໃນ​ວັນ​ທີ 15 ເມ​ສາ 2020 ແລະ ​ໄດ້​ມອບ​ໃຫ້​​ການ​ປົກ​ຄອງ​ແຕ່​ລະ​ບ້ານຮັບ​ເອົາ​ລູກ​ບ້ານ​ຂອງ​ຕົນ​ເອງ​ກັກ​ກັ້ນ​ເ​ຂົ້າ​ສູນ​ຂອງ​ແຕ່​ລະ​ບ້ານ​, ເຊິ່ງ​ເລີ່ມ​ແຕ່​ວັນ​ທີ 15-29 ເມ​ສາ 2020 ​ໃນ​ໄລ​ຍະ​ທີ່ຕິດ​ຕາມ​ສຸ​ຂະ​ພາບ​ຂອງ​ແພດ​ໝໍເປັນ​ເວ​ລາ 14 ວັນ​ຜ່ານ​ມາ ເຫັນ​ວ່າ​ແຕ່​ລະ​ຄົນ​​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ​ ແລະ ໃຫ້​ການ​ຮ່ວມ​ມື​ໃນ​ການກວດ​ກາ​ອຸນ​ຫະ​ພູມ​ກັບ​ແພດ​ໝໍ​ເປັນ​ຢ່າງ​ດີ.

ຕໍ່​ກັບ​ຜູ້​ທີ່​ໄດ້​ລະ​ເມີດ​ຄຳ​ສັ່ງ​​ເລກ​ທີ 06/ນຍ ໃນ​ຄັ້ງ​ນີ້, ​ເຈົ້າ​ໜ້າ​ທີ່ ​ໄດ້​ສ້າງ​ບົດ​ບັນ​ທຶກສຶກ​ສາ​ອົບ​ຮົມ​ກ່າວ​ເຕືອນ​​ ແລະ ໄດ້​ມອບ​ຄືນ​ໃຫ້​​ການ​ປົກ​ຄອງ​ທັງ 3 ບ້ານ​ຮັບ​ເອົາ​ລູກ​ບ້ານ​ຂອງ​ຕົນ​ເອງ ໄປ​ສຶກ​ສາ​ອົບ​ຮົມ​​ຢູ່​ຂັ້ນ​ບ້ານຕື່ມອີກ.