ໃນລະຫວ່າງວັນທີ 6-7 ພຶດສະພາ 2020, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຂອງແຂວງ ອຸດົມໄຊ ເຊິ່ງນຳໂດຍທ່ານ ຄຳພຽງ ຢາຈົງວາ ຮອງເຈົ້າແຂວງອຸດົມໄຊ ທັງເປັນຫົວໜ້າຄະນະສະເພະກິດ ຂັ້ນແຂວງ ໄດ້ພ້ອມກັນລົງເຄື່ອນໄຫວເຮັດວຽກຢູ່ 3 ເມືອງຄື: ເມືອງແບງ, ເມືອງຮຸນ ແລະ ເມືອງປາກແບງ.

ການລົງເຄື່ອນໄຫວໃນຄັ້ງນີ້ ກໍເພື່ອເປັນການຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ ຕາມຄໍາສັ່ງເລກທີ 06/ນຍ, ຄຳສັ່ງແນະນຳເລກທີ 366 ຂອງເຈົ້າແຂວງອຸດົມໄຊ ແລະ ນິຕິກຳອື່ນໆ ໃນໄລຍະຜ່ານມາ ລວມທັງການເຜີຍ ແຜ່, ແນະນຳໃຫ້ແກ່ບັນດາເມືອງ ກ່ຽວກັບການຈັດຕັ້ງປະຕິບັດແຈ້ງການເລກທີ 524 ຂອງຫ້ອງວ່າການສຳນັກງານນາຍົກ ໂດຍສະເພາະແມ່ນປະຕິ ບັດຕາມ 8 ເປີດ, 5 ຂໍ້ຫາມ ແລະ 4 ມາດຕະການ ແນໃສ່ເຮັດໃຫ້ ທຸກພາກສ່ວນທົ່ວແຂວງອຸດົມໄຊ ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ນອກນັ້ນ, ຍັງເປັນການແນະນໍາ, ເນັ້ນໜັກ ຕໍ່ກັບການນຳບັນດາເມືອງ ໂດຍສະເພາະແມ່ນຄະນະສະເພາະກິດ ຂັ້ນເມືອງໃຫ້ກະກຽມຄວາມພ້ອມທຸກດ້ານ ເພື່ອຮັບມືກັບແຮງງານລາວເວົ້າລວມ, ເວົ້າສະເພາະ ກໍຄືແຮງງານ ແຂວງອຸດົມໄຊ ທີ່ເດີນທາງມາຈາກຕ່າງແຂວງ, ຕ່າງປະເທດທີ່ມີຜູ້ຕິດເຊື້ອ ຫຼື ມີຄວາມສ່ຽງຕິດເຊື້ອ ແລະ ບັນດານັກທຸລະກິດ ທີ່ຈະເດີນທາງເຂົ້າມາດຳເນີນທຸລະກິດ ຢູ່ພາຍໃນແຂວງອຸດົມໄຊ ໂດຍສະເພາະແມ່ນ ສະຖານທີ່ກັກກັນ ແລະ ບັນດາຈຸດກວດຄົນເຂົ້າ-ອອກ ລະຫວ່າງເມືອງ, ແຂວງ ຕື່ມອີກ.

ການລົງເຮັດວຽກໃນຄັ້ງນີ້, ໄດ້ຮັບຟັງການລາຍງານສະພາບລວມການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດ ໂຄວິດ-19 ຕາມແຈ້ງການແນະນຳຕ່າງໆໃນໄລຍະທີ 1 ແລະ ໄລະຍະທີ 2 ຜ່ານມາ ພ້ອມທັງທິດທາງແຜນການ ໃນໄລຍະທີ 3 ແລະ ຂໍ້ສະເໜີຕ່າງໆ ເພື່ອພ້ອມກັນປັບປຸງແກ້ໄຂ ເຮັດໃຫ້ວຽກງານດັ່ງ ກ່າວມີປະສິດທິພາບ ແລະ ສຳເລັດຕາມລະດັບຄາດມໝາຍ.