ໃນວັນທີ 7 ພຶດສະພາ 2020, ພະແນກແຮງງານ ແລະ ສະຫັວດດີການສັງຄົມ ແຂວງຄຳມ່ວນ ໄດ້ຈັດພິທີມອບ-ໂອນການຄຸ້ມຄອງນະໂຍບາຍນາຍ ແລະ ພົນທະຫານ, ນາຍ ແລະ  ພົນຕຳຫຼວດ ຜູ້ທີ່ໄດ້ຮັບນະໂຍບາຍອຸດໜູນບຳນານ ແລະ ເສຍອົງຄະ ຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ ມອບໃຫ້ກອງບັນຊາການ ປກຊ-ປກສ ແຂວງ ຄຳມ່ວນສືບຕໍ່ຮັບຜິດຊອບດູແລຕໍ່ໄປ. ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ບຸນທວາຍ ສີລິປັນຍາທອງ ຫົວໜ້າພະແນກແຮງງານ ແລະ ສະຫັວດດີການສັງຄົມ ແຂວງ, ມີບັນດາຄະນະກອງບັນຊາການ ປກຊ-​ປກສ ແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແສງເພັດ ຄຳສຸກຖາວົງ ຮອງຫົວໜ້າພະແນກແຮງງານ ແລະ ສະຫັວດດີການສັງຄົມ ແຂວງໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດນະໂຍບາຍຄຸ້ມຄອງດູແລໃນໄລຍະຜ່ານມາ ໃນຂົງເຂດກອງບັນຊາການທະຫານແຂວງ ມີນາຍ ແລະ ພົນທະຫານ ຈຳນວນ 398 ທ່ານ ຍິງ 37 ທ່ານ. ໃນນີ້, ນາຍ ແລະ ພົນທະຫານ ທີ່ໄດ້ຮັບນະໂຍບາຍອຸດໜູນບຳນານຈຳນວນ 326 ທ່ານ, ຜົວ ຫຼື ເມຍ ທີ່ໄດ້ຮັບອຸດໜູນໝ້າຍ ຈຳນວນ 22 ທ່ານ, ລູກພະນັງານບຳນານ ແລະ ເສຍອົງຄະໄດ້ຮັບນະໂຍບາຍລູກກຳພ້າຈຳນວນ 9 ຄົນ, ລູກພະນັກງານບຳນານ ແລະ ເສຍອົງຄະທີ່ຍັງບໍ່ທັນພົ້ນກະສຽນຈຳນວນ 41 ຄົນ, ຜູ້ເກີດສິດ ປິ່ນປົວສຸຂະພາບຮັບອຸດໜູນໄລຍະຍາວປະກອບມີຜູ້ປະກັນຕົນ ຈຳນວນ 313 ຄົນ, ຄູ່ສົມລົດ ຈຳນວນ 231 ຄົນ ແລະ ລູກຈຳນວນ 77 ຄົນ.

ສຳລັບກອງບັນຊາການ ປກສ ແຂວງມີ ນາຍ ແລະ ພົນຕຳຫຼວດທັງໝົດ 102 ທ່ານ ຍິງ 14 ທ່ານ. ໃນນີ້, ນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບນະໂຍບາຍອຸດໜູນບຳນານຈຳນວນ 93 ທ່ານ, ນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບນະໂຍບາຍອຸດໜູນບຳນານເສຍອົງຄະຈຳນວນ 2 ທ່ານ. ລູກພະນັກງານບຳນານ ແລະ ເສຍອົງຄະທີ່ຍັງບໍ່ທັນພົ້ນກະສຽນຈຳນວນ 7 ຄົນ, ຜູ້ເກີດສິດ ປິ່ນປົວສຸຂະພາບຮັບອຸດໜູນໄລຍະຍາວປະກອບມີຜູ້ປະກັນຕົນຈຳນວນ 54 ຄົນ, ຄູ່ສົມລົດຈຳນວນ 30 ຄົນ ແລະ ລູກ ຈຳນວນ 11 ຄົນ. ເຊິ່ງທັງໝົດນັ້ນທາງພະແນກແຮງງານ ແລະ ສະຫັວດດີການສັງຄົມ ແຂວງຄຳມ່ວນໄດ້ມອບ-ໂອນການຄຸ້ມຄອງນະໂຍບາຍໃຫ້ແກ່ຂົງເຂດ 2 ກຳລັງເປັນຜູ້ຮັບຜິດຊອບດູແລຕໍ່ໄປ.

ພ້ອມນັ້ນ, ໃນພິທີດັ່ງກ່າວ ຍັງໄດ້ລົງນາມເຊັນບົດບັນທຶກການມອບ-ໂອນ ການຄຸ້ມຄອງນະໂຍບາຍໃຫ້ແກ່ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດຜູ້ທີ່ໄດ້ຮັບນະໂຍບາຍອູດໜູນບຳນານ, ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບໂດຍການໃຫ້ກຽດລົງນາມໃນບົດບັນທືກຂອງທ່ານ ແສງເພັດ ຄຳສຸກຖາວົງ, ພັອ ຄຳສາຍ ເພັດນວນສີ ຮອງຫົວໜ້າກອງບັນຊາການ ທະຫານແຂວງ ແລະ ພັທ ສຸວັດ ເທບສົມບັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ.