ໃນວັນທີ 7 ພຶດສະພາ 2020, ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ມອບລົດຈັກໃຫ້ບັນດາກົມກອງທີ່ເຄື່ອນໄຫວເຮັດໜ້າທີ່ປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ເຂົ້າຮ່ວມມີພັທ ວຽງໄຊ ຍົມມະລາ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງອຸດົມໄຊ ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງບັນຊາການທະຫານເມືອງນາໝໍ້, ເມືອງງາ, ເມືອງໄຊ, ກອງພັນນ້ອຍ 414, ກອງຮ້ອຍ 28 ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.

ພັຕ ສົມອົກ ສຸວັນນະສິງ ຫົວໜ້າພະແນກສູ້ຮົບ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງ ອຸດົມໄຊ ວ່າດ້ວຍການມອບພາຫະນະ ລົດຈັກ ໃຫ້ບັນດາກົມກອງທີ່ເຄື່ອນໄຫວເຮັດໜ້າທີ່ປ້ອງກັນໂຄງການກໍ່ສ້າງເສັ້ນ ທາງລົດໄຟລາວ-ຈີນ, ໂດຍອີງຕາມແຜນການ ເຄື່ອນໄຫວຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແລະ ການຄົ້ນຄວ້າເຫັນດີເປັນເອກະພາບຂອງຄະນະພັກ-ຄະນະກອງບັນຊາການທະຫານແຂວງອຸດົມໄຊ ແລະ ອານຸກຳມະການປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໂດຍມອບລົດຈັກ ຈຳນວນ 9 ຄັນ ລວມມີລົດຈັກຮອນດ້າເວບໄອ 125 ຈໍານວນ 4 ຄັນ ແລະ ລົດຈັກຮອນດ້າເວບ 100 ຈໍານວນ 5 ຄັນ.

ລົດຈຳນວນດັ່ງກ່າວນີ້, ໄດ້ມອບໃຫ້ກອງບັນຊາການທະຫານເມືອງນາໝໍ້ 2 ຄັນ, ເມືອງງາ 2 ຄັນ, ເມືອງໄຊ 1 ຄັນ, ກອງພັນນ້ອຍ 414 ຈຳນວນ 2 ຄັນ, ກອງຮ້ອຍ 28 ຈຳນວນ 1 ຄັນ, ກອງຮ້ອຍປ້ອງກັນທີ່ຕັ້ງ 1 ຄັນ ເພື່ອນໍາໃຊ້ເຂົ້າໃນວຽກງານລວມຂອງກົມກອງ, ຕາມພາລະບົດບາດ ສິດໜ້າ ທີ່ຄວາມຮັບຜິດຊອບ, ເຊິ່ງກົມກອງມີໜ້າທີ່ປົກປັກຮັກສາ, ສ້ອມແປງໃຫ້ເປັນປົກກະຕິຮັບປະກັນຄວາມປອດໄພ.