ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ວຽກງານພັກ-ວຽກງານການເມືອງປະຈຳເດືອນ ມີນາ-ເມສາ ແລະ ທິດທາງແຜນການເດືອນພຶດສະພາ 2020 ໃນວັນທີ 7 ພຶດສະພາ 2020 ເປັນປະທານໂດຍ ສະຫາຍ ພັອ ບົວພັນ ອິນທະປັນຍາ ເລຂາຄະນະພັກ, ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກກອງບັນຊາການ, ມີເລຂາ-ຮອງເລຂາໜ່ວຍພັກບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ແລະ ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງເຂົ້າຮ່ວມ.

ສະຫາຍ ພັທ ວິໄລ ແກ້ວວິໄລຫົງ ເລຂາໜ່ວຍພັກຫ້ອງການເມືອງ ໃຫ້ຮູ້ວ່າ ຄະນະພັກກອງບັນຊາການ ປກສ ແຂວງ ໄດ້ນຳພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນໄດ້ວາງອອກດ້ວຍຄວາມເອົາໃຈໃສ່, ຕັດສິນໃຈບຸກບືນຕໍ່ສິ່ງທ້າທາຍຕ່າງໆ ເປັນຕົ້ນແມ່ນໄດ້ພ້ອມພາກັນໂຮມແຮງຮ່ວມໃຈກັນ ຕ້ານກັບການລະບາດຂອງເຊື້ອພະຍາດໂຄວິດ-19. ນໍາພາຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ແລະ ວຽກງານອົງການຈັດຕັ້ງມະຫາຊົນ ໂດຍໄດ້ຊຸກຍູ້, ສົ່ງເສີມ, ຍູ້ແຮງອົງການຕັ້ງຊາວໜຸ່ມ-ແມ່ຍິງໃຫ້ເຄື່ອນໄຫວຕາມພະລະບົດບາດຂໍ້ແຂ່ງຂັນ. ສຳລັບວຽກງານຈັດຕັ້ງ, ກໍ່ສ້າງກໍາລັງກໍໄດ້ຊັບຊ້ອນພົນຕໍາຫຼວດທີ່ຮຽນຈົບໂຮງຮຽນນາຍສິບ ເຂົ້າປະຈຳການຢູ່ບັນດາ ກອງບັນຊາການ ປກສ ແຂວງ ແລະ ປກສ ເມືອງ 60 ສະຫາຍ, ຍິງ 30 ສະຫາຍ ແລະ ໄດ້ອະນຸມັດໃຫ້ຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ກົມກອງອື່ນມີ 5 ສະຫາຍD ວຽກງານກວດກາ-ປ້ອງກັນກຳລັງ (ປ້ອງກັນພັກ) ໄດ້ເອົາໃຈໃສ່ຕິດຕາມກວດກາ ການສົ່ງເສີມບົດບາດການນຳພາຂອງຄະນະພັກຮາກຖານ, ໜ່ວຍພັກ ແລະ ສະຫຼຸບຕີລາຄາ ເພື່ອສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້, ວຽກງານນະໂຍບາຍ-ປະກັນສັງຄົມ ໄດ້ຄົ້ນຄວ້າປະຕິບັດນະໂຍບາຍຕໍ່ນາຍ ແລະ ພົນຕຳຫຼວດ ນຳສະເໜີທວງຊັ້ນໃຫ້ນາຍຕຳຫຼວດ 1 ຄັ້ງ ແກ້ໄຂຄຳຮ້ອງລາພັກ 29 ສະບັບ ແລະ ແກ້ໄຂໃບຄຳຮ້ອງຂໍ້ສ້າງຄອບຄົວ 10 ສະບັບ, ດ້ານຂົງເຂດປົກປັກຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮອ້ຍຂອງສັງຄົມໄດ້ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ສ້າງຄວາມບໍ່ສະຫງົບ ເປັນຕົ້ນແມ່ນຄະດີຢາເສບຕິດ, ອຸບັດຕິເຫດ ແລະອື່ນໆ. ວຽກງານຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານການເມືອງ ໄດ້ປະສານສົມທົບກັບກຳລັງກະຊວງ ປກຊ-ປກສ, ອົງການປົກຂອງແຂວງ, ເພື່ອເກັບກໍາສະຖິຕິທົ່ວແຂວງຈົດທະບຽນສຳມະໂນຄົວ ພິມບັດປະຈຳຕົວ, ເກັບກຳຄົນຍົກຍ້າຍຈາກຕ່າງແຂວງ, ເກັບກຳອາວຸດລ່າເນື້ອປືນແກັບ, ໝາກແຕກ ແລະ ລູກປືນຈຳນວນໜຶ່ງ. ວຽກງານກອງພັນປ້ອງເຄື່ອນທີ່ ໄດ້ວາງແຜ່ນປ້ອງກັນສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ອອກກວດກາລາດຕະເວນໃນຂົງເຂດເທດສະບານແຂວງ ເພື່ອຮັບປະກັນ ຄວາມສະຫງົບປອດໄພໄດ້ 100%.

ໃນໂອກາດດຽວກັນນີ້, ສະຫາຍ ພັອ ບົວພັນ ອິນທະປັນຍາ ໄດ້ໂອລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາໜ່ວຍພັກ ແລະ ຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ສືບຕໍ່ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ, ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ-ຕໍ່ຊາດ, ມີແບບແຜນວິທີເຮັດວຽກໃນການນຳພາລວມສູນປະຊາທິປະໄຕ ຕົກລງເປັນໝູ່ຄະນະ, ມີສະຕິລະວັງຕົວຕໍ່ການຫັນປ່ຽນຂອງສັດຕູ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ແລະ ມະຕິຄຳສັ່ງຂອງຂັ້ນເທິງໃຫ້ມີຜົນສຳເລັດ ມີປະສິດຕິພາບສູງ ທັງນີ້ກໍເພື່ອເປັນການປັບປຸງບັນດາໜ່ວຍພັກ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນເປັນກ້າວໆ.