ວັນທີ 8 ພຶດສະພາ 2020, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດສັບຊ້ອນ ພົນຕຳຫຼວດ ທີ່ສຳເລັດການສຶກສາ ຈາກໂຮງຮຽນ ປກສ ຊັ້ນຕົ້ນເລກ V ຮຸ່ນທີ XII ເຂົ້າຮ່ວມມີ ພັທ ຄຳຜາຍ ຄູນລາດສຸວັນນະວົງ ຫົວໜ້າຫ້ອງການເມືອງ ປກສ ແຂວງ, ມີຄະນະຫ້ອງອ້ອມຂ້າງ ພ້ອມພະນັກງານຫຼັກແຫຼ່ງ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພັທ ແສງກາ ສຸວັນນະຄົງ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການ ປກສ ແຂວງສະຫວັນນະເຂດ ສະບັບເລກທີ  222/ປກສ.ສຂ ລົງວັນທີ 30 ເມສາ 2020 ວ່າດ້ວຍການສັບຊ້ອນ ພົນຕຳຫຼວດ ທີ່ສຳເລັດການສຶກສາ ຈາກໂຮງຮຽນ ປກສ ຊັ້ນຕົ້ນ ເລກ V ກອງບັນຊາການ ປກສ ແຂວງຄຳມ່ວນ ຮຸ່ນທີ XII ປະຈຳປີ 2020 ທັງໝົດ ຈໍານວນ 58 ສະຫາຍ ​ຍິງ 17 ສະຫາຍ. ໃນນີ້, ສັບຊ້ອນໃຫ້ຄ້າຍຄຸມຂັງ-ດັດສ້າງແກ້ງຄັນ 9 ສະຫາຍ, ສັບຊ້ອນໃຫ້ສູນດັດສ້າງຄຳສະຫວ່າງ ຫຼັກ 33: 5 ສະຫາຍ, ສັບຊ້ອນໃຫ້ຫ້ອງຕຳຫຼວດ: 7 ສະຫາຍ, ສັບຊ້ອນໃຫ້ກອງພັນປ້ອງກັນເຄື່ອນທີ່ 7 ສະຫາຍ, ສັບຊ້ອນໃຫ້  ປກສ ນະຄອນໄກສອນພົມວິຫານ 4 ສະຫາຍ, ສັບຊ້ອນໃຫ້ຫ້ອງການກອງບັນຊາການແຂວງ 3 ສະຫາຍ,  ສັບຊ້ອນໃຫ້ ຫ້ອງການເມືອງ ປກສ ແຂວງ, ຫ້ອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກອງບັນຊາການ ປກສ ເມືອງອາດສະພອນ, ປກສ ເມືອງໄຊບູລີ, ປກສ ເມືອງນອງ, ປກສ ເມືອງວິລະບູລີ, ແລະ ປກສ ເມືອງເຊໂປນ ກົມກອງລະ 2 ສະຫາຍ, ສັບຊ້ອນໃຫ້ ປກສ ເມືອງ ອາດສະຟັງທອງ, ປກສ ເມືອງອຸທຸມພອນ, ປກສ ເມືອງພະລານໄຊ, ປກສ ເມືອງສອງຄອນ, ປກສ ເມືອງຊົນນະບູລີ, ປກສ ເມືອງຈຳພອນ ແລະ ປກສ ເມືອງພີນ ກົມກອງລະ 1 ສະຫາຍ.

ພັທ ຄຳຜາຍ ຄູນລາດສຸວັນນະວົງ ຍັງໄດ້ເນັ້ນໃຫ້ບັນດາພົນຕຳຫຼວດທີ່ໄດ້ສຳເລັດການສຶກສາ ແລະ ຖືກແຕ່ງຕັ້ງສັບຊ້ອນ ຈົ່ງໄດ້ເອົາຄວາມຮູ້ທີ່ໄດ້ຮຽນມາໄປຜັນຂະຫາຍຢູ່ບັນດາກົມກອງ, ເອົາໃຈໃສ່ປະຕິບັດຕາມການຈັດຕັ້ງມອບໝາຍ, ມີນໍ້າໃຈສາມັກຄີ, ມີມານະອົດທົນຝຶກຝົນຫຼໍ່ຫຼອມຕົນເອງ ດຸໝັ່ນຊອກຮູ້ຮ່ຳຮຽນວິຊາສະເພາະຢູ່ບັນດາກົມກອງຂອງຕົນເພື່ອພັດທະນາຕົນເອງໃຫ້ກາຍກຳລັງທີ່ມີປະສິດທິພາບສູງ ປະຕິບັດສຳເລັດໜ້າທີ່ການຈັດຕັ້ງມອບໝາຍ ພ້ອມຮັບໃຊ້ຊາດຮັບໃຊ້ປະຊາຊົນ.