II. ຕະຫຼອດໄລຍະ 55 ປີຜ່ານມາ ກໍາລັງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ມີຜົນງານ ແລະ ໄຊຊະນະຄືດັ່ງນີ້: (1/2)

ຕະຫຼອດໄລຍະ 55 ປີຜ່ານມາ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃນແຕ່ລະໄລຍະ, ກໍໄດ້ເອົາໃຈໃສ່ສຶກສາອົບ ຮົມການເມືອງ-ແນວຄິດໃຫ້ນາຍ ແລະ ພົນຕໍາຫຼວດ ໃຫ້ມີຄວາມຕັດສິນໃຈສູງອົດທົນຜ່ານຜ່າຄວາມຫຍຸ້ງຍາກນາໆປະ ການ, ຕັ້ງຫນ້າປະຕິບັດໜ້າທີ່ການເມືອງຂອງຕົນມີຜົນສໍາເລັດຢ່າງເປັນຮູບປະທໍາຫຼາຍດ້ານ ສະແດງອອກຄື:

1/. ກໍາລັງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ນາຍ ແລະ ພົນຕໍາຫຼວດ ໂດຍຖືເອົາການຈັດຕັ້ງຮໍ່າຮຽນຄົ້ນຄວ້າເຊື່ອມຊຶມມະຕິ, ຄໍາສັ່ງ ແລະ ເອກະສານຕ່າງໆ ທີ່ສໍາຄັນ, ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດຫມາຍຂອງລັດ ແລະ ຜົນງານການປະຕິບັດໜ້າທີ່ວິຊາສະ ເພາະຜ່ານສື່ຕ່າງໆເຊັ່ນ: ໜັງສືພິມ, ວາລະສານ, ວິທະຍຸກະຈາຍສຽງ, ໂທລະພາບ ໃຫ້ມີເນື້ອໃນເລິກເຊິ່ງ ແລະ ກວ້າງຂວາງ. ໃນນີ້, ກອງສິລະປະກອນ ປກສ ກໍໄດ້ຕັ້ງໜ້າເຄື່ອນໄຫວເຮັດໜ້າທີ່ການເມືອງສະແດງຮັບໃຊ້ວັນສໍາຄັນຂອງຊາດ, ຂອງພັກ, ຂອງກໍາລັງ ໄດ້ຢ່າງມີປະສິດທິພາບສູງ. ນັກກິລາໃນກໍາລັງປ້ອງ ກັນຄວາມສະຫງົບ ກໍໄດ້ເຂົ້າຮ່ວມແຂ່ງຂັນລະດັບຕ່າງໆ ສາມາດຍາດໄດ້ຫຼຽນລາງວັນຈໍານວນຫຼວງຫຼາຍ.

2/. ໄດ້ສຸມໃສ່ປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາໂດຍຖືເອົາຄຸນນະພາບເປັນກົກ, ປະຕິບັດຫຼັກການ ລວມສູນປະຊາທິປະໄຕ ຕິດພັນກັບການກໍ່ສ້າງໜ່ວຍພັກໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນເປັນເນື້ອໃນຕົ້ນຕໍ, ໄດ້ເອົາໃຈໃສ່ກໍ່ສ້າງນາຍ ແລະ ພົນຕໍາຫຼວດ ເປັນຕົ້ນແມ່ນໄດ້ກໍານົດແຜນພະນັກງານສືບທອດປ່ຽນແທນ, ຂຶ້ນແຜ່ນ ກໍານົດການກໍ່ສ້າງ ແລະ ບໍາລຸງວິຊາສະເພາະ, ໄດ້ປັບປຸງບັນດາໂຮງຮຽນຂອງກໍາລັງປ້ອງກັນຄວາມສະຫງົບໃຫ້ແທດເໝາະ ກັບສະພາບຕົວຈິງໃນປັດຈຸບັນ, ປັບປຸງໂຄງການຫຼັກສູດລະບົບຕ່າງໆ, ສ້າງຫຼັກສູດວຽກງານປກຊ-ປກສ ຂັ້ນພື້ນຖານ ເພື່ອນໍາເຂົ້າຫຼັກສູດການຮຽນ-ການສອນຢູ່ໂຮງຮຽນມັດທະຍົມຕອນປາຍ, ມະຫາວິທະຍາໄລ ແລະ ໂຮງຮຽນວິຊາຊີບ ຕ່າງໆ ທັງພາກລັດ ແລະ ເອກະຊົນ.

3/. ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດຈັດຕັ້ງເຄື່ອນ ໄຫວປ້ອງກັນພັກ, ປ້ອງກັນການນໍາ, ຕິດຕາມ, ກວດກາພິສູດຕໍ່ຫາງສຽງວິພາກ-ວິຈານຂອງສັງຄົມ ຕໍ່ກໍາລັງ ເປັນຕົ້ນແມ່ນຄໍາຮ້ອງຟ້ອງ, ຮ້ອງທຸກ, ຄໍາສະເຫນີ, ບົດລາຍງານ ແລະ ຈົດໝາຍຂອງພົນລະເມືອງຕໍ່ການຈັດຕັ້ງ, ຕໍ່ນາຍ ແລະ ພົນຕໍາຫຼວດ, ຄຸ້ມຄອງ ແລະ ກວດກາຊີວະປະຫວັດ ອັນພົ້ນເດັ່ນໄດ້ຄົ້ນຄວ້າຂໍ້ກໍານົດກົດລະບຽບ, ກໍານົດເຄື່ອງແບບ, ເລກລະຫັດກໍາລັງ ປກສ; ຜະລິດບັດເຂົ້າ-ອອກກະຊວງ, ປ້າຍຊື່, ຜະລິດຮູບພາບ, ປື້ມຄູ່ມືລະບຽບວິໄນຂອງກໍາລັງ ແລະ ເປີດຊຸດຝຶກອົບຮົມລະບຽບວິໄນຂອງກໍາລັງໃຫ້ແກ່ນາຍ ແລະ ພົນຕໍາຫຼວດ.

4/ ໄດ້ເອົາໃຈໃສ່ໃນການຄົ້ນຄວ້ານະໂຍບາຍຕໍ່ນາຍ ແລະ ພົນຕໍາຫຼວດເປັນຕົ້ນ: ໄດ້ຄົ້ນຄວ້າປັບປຸງກົງຈັກການ ຈັດຕັ້ງຢູ່ບັນດາກົມກອງ-ທ້ອງຖິ່ນ; ຮັບກໍາລັງໃໝ່, ບັນຈຸສັບຊ້ອນ, ຍົກຍ້າຍ, ແຕ່ງຕັ້ງ, ເລື່ອນຊັ້ນ, ເລື່ອນຕໍາແຫນ່ງ, ອອກສ້າງເສດຖະກິດຄອບຄົວ, ນະໂຍບາຍໃຫ້ພະນັກງານອອກຮັບເບ້ຍບໍານານ, ແກ້ໄຂເງິນປ່ຽນແທນໂກຕ້າລົດ, ນະໂຍ ບາຍດິນປຸກສ້າງ, ຍ້ອງຍໍ, ສົ່ງພະນັກງານໄປພັກແລ້ງ, ກວດເຊັກ ແລະ ປິ່ນປົວສຸຂະພາບຢູ່ ສສ ຫວຽດນາມ, ອະນຸມັດສ້າງຄອບຄົວໃຫມ່, ຄຸ້ມຄອງພະນັກງານບໍານານ ແລະ ເສຍອົງຄະກໍາລັງປ້ອງກັນຄວາມສະຫງົບ.

5/. ໄດ້ເອົາໃຈໃສ່ໃນການຄົ້ນຄວ້າ, ວາງແຜນການສະຫຼຸບຕີລາຄາສະພາບການຮອບດ້ານ, ເປັນໃຈກາງປະສານງານລະຫວ່າງກົມກອງຕ່າງໆທີ່ກ່ຽວຂ້ອງ, ຂຶ້ນແຜນງົບປະມານຄຸ້ມຄອງລາຍຮັບ-ລາຍຈ່າຍເງິນຮ່ວງຕ່າງໆ, ຄຸ້ມຄອງພາຫະນະ, ຮັບ ແລະ ເບີກຈ່າຍເຄື່ອງອຸປະໂພກ-ບໍລິໂພກ ໃຫ້ນາຍ ແລະ ພົນຕໍາຫຼວດກົມໃຫຍ່ການເມືອງ, ຊຸກຍູ້ຂະບວນການ ເພີ່ມພູນຜະລິດຜົນລວມຫມູ່, ບຸກຄົນ ແລະ ຄອບຄົວ ສາມາດແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນຕໍາຫຼວດ ໃຫ້ດີຂຶ້ນ. ອັນພົ້ນເດັ່ນໄດ້ເປັນເສນາທິການໃຫ້ຄະນະພັກກົມໃຫຍ່ ຈັດຕັ້ງເປີດກອງປະຊຸມຖອດຖອນບົດຮຽນວຽກງານພັກວຽກງານການເມືອງທົ່ວກໍາລັງ ໄດ້ 3 ຄັ້ງ ແລະ ຝຶກອົບຮົມວຽກງານພັກ-ວຽກງານການເມືອງ ທົ່ວກໍາລັງປ້ອງກັນຄວາມສະຫງົບ ຈໍານວນ 1 ຄັ້ງ.

6/. ໄດ້ເອົາໃຈໃສ່ຄົ້ນຄວ້າປັບປຸງການຈັດຕັ້ງ ແລະ ປ່ຽນຊື່ 3 ອົງການຈັດຕັ້ງມະຫາຊົນ, ພ້ອມທັງສຶກສາອົບຮົມ ບໍາລຸງ-ສ້າງຖັນແຖວ ຊາວຫນຸ່ມ-ແມ່ຍິງ ແລະ ກໍາມະບານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ດ້ວຍຫຼາຍຮູບການ ໂດຍ ສູມໃສ່ປະຕິບັດຂໍ້ແຂງຂັນ 4 ບຸກ ແລະ 18 ຂໍ້ແຂ່ງຂັນຂອງຊາວໜຸ່ມ, 3 ດີ ຂອງແມ່ຍິງ ແລະ 5 ເປັນເຈົ້າຂອງກໍາມະບານ. ພ້ອມກັນນັ້ນ, ກໍໄດ້ລົງຊຸກຍູ້ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ນາຍ ແລະ ພົນຕໍາຫຼວດ ທີ່ລົງກໍ່ສ້າງຮາກຖານ ແລະ ຊ່ວຍເຫຼືອປະຊາຊົນຢູ່ເຂດຫຍຸ້ງຍາກ ແລະ ປະສົບໄພທໍາມະຊາດມູນຄ່າ 146 ລ້ານກ່ວາກີບ.

7. ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ, ບໍາລຸງ-ກໍ່ສ້າງພະນັກງານ ທັງຢູ່ໃນກົມກອງກັບທີ່, ທັງກໍ່ສ້າງ ແລະ ບໍາລຸງຢູ່ໂຮງ ຮຽນພາຍໃນ ແລະ ຕ່າງປະເທດ, ທັງໄດ້ຄັດເລືອກ ເອົານາຍ ແລະ ພົນຕໍາຫຼວດ ຜູ້ທີ່ດີເດັ່ນ, ມີສຸຂະພາບແຂງ ແຮງ, ມີເງື່ອນໄຂຄົບຖ້ວນໄປບໍາລຸງ-ກໍ່ສ້າງວຽກງານຕົວຈິງຢູ່ກັບຮາກຖານປະຊາຊົນເຂດຊົນນະບົດຫ່າງໄກສອກຫຼີກຜ່ານການເຮັດຄືແນວນັ້ນ ຈຶ່ງເຮັດໃຫ້ນາຍ ແລະ ພົນຕໍາຫຼວດ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ ມີຄວາມຮູ້, ຄວາມສາມາດ, ຮູ້ນໍາໃຊ້ບົດຮຽນທາງດ້ານທິດສະດີສົມທົບກັບພຶດຕິກໍາຕົວຈິງ, ເຮັດໃຫ້ນາຍ ແລະ ພົນຕໍາຫຼວດກາຍເປັນ ກໍາລັງທີ່ເຕີບໃຫຍ່ເຂັ້ມແຂງເປັນກ້າວໆມາ.

8/. ໄດ້ເອົາໃຈໃສ່ປະຕິບັດຕາມແນວທາງການຕ່າງປະເທດ ຂອງພັກຕາມການມອບຫມາຍຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນພົວພັນຮ່ວມມືຮອບດ້ານກັບບັນດາກົມ ທີ່ເຮັດວຽກງານພັກ-ວຽກງານການເມືອງຂອງກະຊວງຕໍາຫຼວດ ສສ ຫວຽດນາມ ຕາມສັນຍາ ທີ່ໄດ້ລົງນາມນໍາກັນ ເຊັ່ນ: ໄປປິ່ນປົວ, ບໍາລຸງ-ກໍ່ສ້າງ ພະນັກງານ, ຢ້ຽມຢາມເຊິ່ງກັນແລະກັນ, ທັດສະນະແລກປ່ຽນດ້ານວັດທະນະທໍາລະ ຫວ່າງ 2 ກະຊວງ, ຍາດແຍ່ງເອົາການຊ່ວຍເຫຼືອທຶນກໍ່ສ້າງວິຊາສະເພາະຂະແຫນງການຕ່າງໆຈາກກະຊວງ ສັນຕິບານ ສປ ຈີນ.

ທັງໝົດທີ່ກ່າວມານີ້ມັນແມ່ນຜົນງານ ແລະ ໄຊຊະນະພຽງສ່ວນໃດໜຶ່ງເທົ່ານັ້ນທີ່ກໍາລັງກົມໃຫຍ່ການເມືອງປ້ອງ ກັນຄວາມສະຫງົບ ໄດ້ປະກອບສ່ວນທາງດ້ານເຫື່ອແຮງ, ສະຕິປັນຍາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ.

(ອ່ານຕໍ່ສະບັບໜ້າ 1/3)