III ຕໍ່ກັບຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ນັ້ນກໍາລັງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບໄດ້ຮັບ ການຍ້ອງຍໍຈາກຂັ້ນເທິງຄືດັ່ງນີ້:

ເພື່ອເປັນການຍ້ອງຍໍສັນລະເສີນຕໍ່ຄຸນງາມຄວາມດີ, ທັງເປັນການກະຕຸກຊຸກຍູ້ໃຫ້ກໍາລັງໃຈຕໍ່ນາຍ ແລະ ພົນຕໍາ ຫຼວດໃຫ້ມີຄວາມບຸກບືນສູ້ຊົນຕັ້ງຫນ້າປະຕິບັດຫນ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໃຫ້ມີຜົນສໍາເລັດ ພັກ-ລັດຖະ ບານ ກໍຄືຄະນະພັກ-ຄະນະບັນຊາ ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ຍ້ອງຍໍປະເພດຕ່າງໆ ໃຫ້ກົມໃຫຍ່ການເມືອງ ຄື: ຍ້ອງຍໍຕໍ່ກົມກອງລວມຫມູ່ມີ: ຫຼຽນໄຊປະເພດຕ່າງໆ ຈໍານວນ: 7 ຫນ່ວຍ, ໃບຍ້ອງຍໍ ຈໍານວນ 7 ໃບ ແລະ ກຽດຕິຄຸນ ອີກຈໍານວນໜຶ່ງ, ຍ້ອງຍໍຕໍ່ບຸກຄົນມີ: ຫຼຽນໄຊປະເພດຕ່າງໆ ຈໍານວນ: 573 ຫນ່ວຍ, ຫຼຽນກາປະເພດຕ່າງໆ 1.663 ໜ່ວຍ, ໃບຍ້ອງຍໍ 1.410 ໃບ. ຜົນສໍາເລັດດັ່ງກ່າວຍ້ອນມີການຊີ້ນໍາ-ນໍາພາ ເດັດຂາດ, ໂດຍກົງ ແລະ ຮອບດ້ານ ຂອງພັກ, ຍ້ອນນາຍແລະພົນຕໍາຫຼວດກໍາລັງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ມີຄວາມບຸກບືນ, ມີຄວາມ ຕັດສິນໃຈພ້ອມເສຍສະລະ ແລະໄດ້ຮັບການສະໜັບ ສະໜູນ, ອຸ້ມຊູຊ່ວຍເຫຼືອລ້ຽງດູ, ຈາກປະຊາຊົນ ບັນດາເຜົ່າ. ນອກຈາກນັ້ນ, ຍັງໄດ້ຮັບການຊ່ວຍເຫຼືອຈາກກໍາລັງປ້ອງກັນຄວາມສະຫງົບບັນດາປະເທດເພື່ອນມິດສາກົນ, ຈາກກໍາລັງຕໍາຫຼວດປະຊາຊົນ ສສ ຫວຽດ ນາມ ອ້າຍ-ນ້ອງຕະຫຼອດມາ.

ສັງລວມແລ້ວ, ຜ່ານການເຄື່ອນໄຫວເຮັດໜ້າທີ່ອັນມີກຽດຂອງຕົນ ກໍາລັງກົມໃຫຍ່ການເມືອງ ປກສ ໄດ້ຜ່ານ ຜ່າຄວາມທົດສອບທີ່ທໍລະຫົດອົດທົນ ແລະ ສູດແສນທີ່ຫຍຸ້ງຍາກມາຢ່າງລະອິດລະອ້ຽວ, ເຊິ່ງທັງໝົດນັ້ນແມ່ນໄດ້ປະພຶດ ແລະ ປະຕິບັດຕາມ 3 ທາດແທ້ 7ມູນເຊື້ອ ຄື: ທາດແທ້ຈົ່ງຮັກພັກດີຕໍ່ພັກ, ທາດແທ້ຮັບໃຊ້ປະຊາ ຊົນ ແລະ ທາດແທ້ປະຕິວັດມິດ-ສັດຕູຈະແຈ້ງ; ມູນເຊື້ອປົກປັກຮັກສາພັກ ແລະ ຜູ້ນໍາຢ່າງສຸດໃຈ, ມູນເຊື້ອປຸກລະດົມຂົນຂວາຍ ແລະ ໃກ້ສິດຕິດແທດກັບປະຊາຊົນ, ມູນເຊື້ອສູ້ຮົບພິລະອາດຫານບໍ່ຍອມຈໍານົນສັດຕູ, ມູນເຊື້ອປະຕິບັດຄໍາສັ່ງປະຕິບັດລະບຽບວິໄນເຂັ້ມງວດ ແລະ ປົກປັກຮັກສາອາວຸດ-ກະສູນ, ມູນເຊື້ອປັບປຸງ ແລະ ພັດທະນາກໍ່ສ້າງຕົນເອງມູນ ເຊື້ອເພີ່ມພູນຜະລິດເພິ່ງຕົນເອງ ກຸ້ມຕົນເອງ ແລະ ຜ່ານຜ່າຂໍ້ຫຍຸ້ງຍາກນາໆປະ ການ, ມູນເຊື້ອສາມັກຄີພາຍໃນ ແລະ ສາກົນ.

IVV.ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມດັ່ງກ່າວນັ້ນກໍາລັງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບໃນຕໍ່ໜ້າ.

1. ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດ ໃຫ້ນາຍ ແລະ ພົນຕໍາຫຼວດກໍາແໜ້ນແນວທາງນະໂຍບາຍ ຂອງພັກ-ກົດໝາຍຂອງລັດ ມີສະຕິລະວັງຕົວກຽມພ້ອມສູ້ຮົບສູງ, ມີຄວາມອົດທົນເດັດດ່ຽວ-ໜຽວແໜ້ນ, ສ້າງນາຍ ແລະ ພົນຕໍາຫຼວດໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ, ມີລະບຽບວິໄນເຂັ້ມງວດ, ມີແບບແຜນທີ່ທັນສະໄໝ ເປັນກໍາລັງທີ່ຈົ່ງຮັກພັກດີຕໍ່ພັກ, ປະເທດຊາດ ແລະ ປະຊາຊົນ.

2. ເພີ່ມທະວີບົດບາດການນໍາພາຂອງຄະນະພັກທຸກຂັ້ນ ຕໍ່ວຽກງານປ້ອງກັນຄວາມສະຫງົບ, ເອົາໃຈໃສ່ປັບປຸງ ແບບແຜນການນໍາພາຂອງຄະນະພັກແຕ່ລະຂັ້ນ, ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ຮັກສາຄວາມ ສາມັກຄີເປັນເອກະພາບໃນຄະນະພັກ ເຊີດຊູລັກສະນະນໍາຫນ້າເປັນແບບຢ່າງຮອບດ້ານ ໃນທຸກຂົງເຂດວຽກງານທີ່ຕົນຮັບຜິດຊອບ, ສະດຸ້ງໄວຕໍ່ສະພາບການຕ່າງໆ. ສືບຕໍ່ສ້າງຫໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັແໜ້ນໃຫ້ດີຂື້ນກວ່າ ເກົ່າ, ຕ້ານ ແລະ ເດັດດ່ຽວແກ້ໄຂທຸກປະກົດການຫຍໍ້ທໍ້ທີ່ເກີດຂື້ນພາຍໃນການຈັດຕັ້ງ, ໃນຖັນແຖວສະມາຊິກພັກ-ພະນັກງານ.

3. ເອົາໃຈໃສ່ປະຕິບັດນະໂຍບາຍດ້ານຕ່າງໆຕໍ່ນາຍ ແລະ ພົນຕໍາຫຼວດ ໃຫ້ຖືກຕາມແນວທາງ, ແຜນນະໂຍບາຍຂອງພັກ-ລັດ ແລະ ຕາມເງື່ອນໄຂສະພາບຕົວຈິງຂອງກົມກອງ ເຊັ່ນ: ການເຈັບເປັນນອນໂຮງໝໍ, ປິ່ນປົວຍາວ ນານ, ເສຍຊີວິດ, ຍ້ອງຍໍ, ເລື່ອນຊັ້ນ, ເລື່ອນໜ້າທີ່, ໄປສຶກສາຮ່ໍາຮຽນ, ສ້າງຄອບຄົວ ແລະອື່ນໆ.

4. ຕັ້ງໜ້ປັບປຸງ, ກໍ່ສ້າງພື້ນຖານໂຄງລ່າງ, ປະກອບພາຫະນະ, ອາວຸດກະສູນ, ອຸປະກອນ-ເຕັກນິກທີ່ທັນສະໄຫມ ຮັບໃຊ້ວິຊາສະເພາະນາຍ ແລະ ພົນຕໍາຫຼວດ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເທື່ອລະກ້າວ.

5. ສືບຕໍ່ພົວພັນຮ່ວມມືກັບສາກົນຖືກຕາມແນວທາງຕ່າງປະເທດຂອງພັກ ເພີ່ມທະວີການພົວພັນຮ່ວມມືກັບ ປະເທດເພື່ອນມິດຍຸດທະສາດ ເປັນຕົ້ນການຮ່ວມມືແບບພິເສດກັບກໍາລັງປ້ອງກັນຄວາມສະຫງົບ ສສ ຫວຽດ ນາມ, ຍາດແຍ່ງເອົາການສະຫນັບສະຫນູນທຶນຮອນ ເຂົ້າໃນການບໍາລຸງກໍ່ສ້າງກໍາລັງທັງໄລຍະສັ້ນ ແລະ ໄລຍະຍາວ ຈາກກໍາລັງຕໍາຫຼວດ ສປ ຈີນ.

(ນໍ້າໃຈວັນທີ 3 ພຶດສະພາ ໝັ້ນຍືນ !)