ໃນທ້າຍອາທິດທີ່ຜ່ານມາ, ພັທ ສີວານ ສີດາວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານຢູ່ ປກສ ເມືອງອຸທຸມພອນ, ມີຫົວໜ້າກອງບັນຊາການ ປກສ ເມືອງ, ຫົວໜ້າ-ຮອງພະແນກ, ປກສ ກຸ່ມບ້ານ ແລະ ພະນັກງານ-ນັກຮົບອ້ອມຂ້າງເຂົ້າຮ່ວມ.

ພັທ ບຸນເດັດ ແສນລາດ ຫົວໜ້າກອງບັນຊາການ ປກສ ເມືອງອຸທຸມພອນ ໃຫ້ຮູ້ວ່າ: ຜ່ານມາ, ຄະນະພັກ-ຄະນະບັນຊາ ປກສ ເມືອງອຸທຸມພອນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ-ນັກຮົບຢ່າງເປັນປົກະຕິ, ເອົາໃຈໃສ່ປັບປຸງກໍ່ສ້າງພະນັກງານໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ຮູ້ກໍາໄດ້ສະພາບການເຄື່ອນໄຫວກຸ່ມຄົນບໍ່ດີທີ່ພະຍາຍາມໃຊ້ທຸກວິທີທາງ ເພື່ອກໍ່ຄວາມບໍ່ສະຫງົບ; ສຳລັບແຜນການໃນຕໍ່ໜ້າ, ແມ່ນຈະສືບຕໍ່ແກ້ໄຂດໍາເນີນຄະດີທີ່ຍັງຄົງຄ້າງ ແລະ ສ້າງແຜນລາຍຄະດີສະເພາະເປົ້າໝາຍຢາເສບຕິດ, ຂີ້ລັກ, ງັດແງະ ແລະອື່ນໆ.

ຮອງຫົວໜ້າ ປກສ ແຂວງສະຫວັນນະເຂດ
ຮອງຫົວໜ້າ ປກສ ແຂວງສະຫວັນນະເຂດ

ຈາກນັ້ນ, ພັທ ສີວານ ສີດາວົງ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ປກສ ເມືອງອຸທຸມພອນ ສືບຕໍ່ເອົາໃຈໃສ່ຊີ້ນໍາໆພາ, ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານນັກຮົບ, ເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ, ກໍ່ສ້າງກໍາລັງໃຫ້ມີຄວາມຮູ້-ຄວາມສາມາດທາງດ້ານວຽກງານວິຊາສະເພາະ, ໂດຍສະເພາະແມ່ນວຽກງານຄຸ້ມຄອງສຳມະໂນຄົວ, ວຽກງານກວດຄົນເຂົ້າ-ອອກເມືອງ, ວຽກງານ ປກສ ກຸ່ມ, ປກສ ບ້ານ, ພ້ອມທັງເປັນເຈົ້າການໃນການປ້ອງກັນເວນຍາມ ແລະ ສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ. ໂອກາດນີ້, ທ່ານຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຕາງໜ້ານໍາເອົາພັດລົມ ຈໍານວນ 5 ໜ່ວຍ ມອບໃຫ້ກອງບັນຊາການ ປກສ ເມືອງອຸທຸມພອນ ນຳອີກ.