ໃນວັນທີ 12 ພຶດສະພາ ຜ່ານມາ, ຢູ່ທີ່ສະໂມສອນ ວິທະຍາຄານກົມມະດຳ (ວ.ກ) ໄດ້ຈັດຕັ້ງກອງປະຊຸມທາບທາມບຸກຄະລາກອນເຂົ້າໃນ ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຮອບ 2 ສະໄໝທີ V ໂດຍການເປັນປະທານຂອງ ພັອ ທອງດໍາ ພົງສະຫວັດ ກໍາມະການຄະນະພັກ ກົມໃຫຍ່ການເມືອງກອງທັບ ຮອງຫົວໜ້າກົມປ້ອງກັນພາຍໃນກອງທັບ, ມີ ພົຈວ ບຸນຈັນ ລາດສະວົງ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວຫນ້າການທະຫານ ວ.ກ ພ້ອມດ້ວຍຄະນະພັກວິທະຍາຄານ ຄະນະພັກຮາກຖານ, ຄະນະໜ່ວຍພັກ ຕະຫຼອດຮອດຜູ້ແທນສົມບູນເຂົ້າຮ່ວມ 124 ສະຫາຍ.

ໂອກາດດຽວກັນນີ້, ພັອ ທອງດໍາ ພົງສະຫວັດ ກໍາມະການຄະນະພັກ ກົມໃຫຍ່ການເມືອງກອງທັບ ຮອງຫົວໜ້າກົມປ້ອງກັນພາຍໃນກອງທັບ ເປັນຜູ້ຂຶ້ນມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ພ້ອມດ້ວຍຜ່ານມາດຖານເງື່ອນໄຂ ຄະນະປະຈໍາພັກ, ເລຂາ, ຮອງເລຂາຄະນະພັກ, ປະທານ, ຮອງປະທານກວດກາພັກ, ຜູ້ສະຫມັກຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຊຸດໃຫມ່ ເຊິ່ງປະກອບດ້ວຍມາດຖານເງື່ອນໄຂດັ່ງນີ້:

ຕ້ອງເປັນຜູ້ທີ່ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດ-ສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດກໍາແໜ້ນລັດທິມາກ-ເລນິນ, ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ມີສຸກຂະພາບແຂງແຮງດີ ແລະ ສາມາດປະຕິບັດໜ້າທີ່ໄດ້; ເຊິ່ງມາດຖານເຫຼົ່ານີ້ ແມ່ນແນໃສ່ເຮັດໃຫ້ການຄັດເລືອກຄະນະພັກຊຸດນີ້ ດໍາເນີນໄປຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ກໍຄື ທິດທາງແຜນການເຄື່ອນໄຫວກະກຽມກອງປະຊຸມໃຫຍ່ໃນຄັ້ງນີ້ໄດ້ຮັບຜົນສູງ.

ພ້ອມດຽວກັນນີ້, ພັອ ທອງດໍາ ພົງສະຫວັດ ຍັງໄດ້ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາ ພ້ອມດ້ວຍຜູ້ແທນສົມບູນທຸກສະຫາຍ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ເຂົ້າໃນການທາບທາມຄັ້ງນີ້ໃຫ້ໄດ້ຕາມຈຸດປະສົງຄາດໝາຍທີ່ວາງໄວ້; ຈາກນັ້ນ, ບັນດາຜູ້ແທນກອງປະຊຸມ ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາບຸກຄະລາກອນທີ່ສະໝັກເຂົ້າ ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຮອບ 2 ສະໄໝທີ V ສໍາເລັດເປັນຢ່າງດີ.