ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຈັດກອງປະຊຸມ ສະຫຼຸບ ວຽກງານປ້ອງກັນຄວາມສະຫງົບໃນໜຶ່ງອາທິດທີ່ຜ່ານມາ ໃນວັນທີ 11 ພຶດສະພາ 2020; ເປັນປະທານໂດຍ ພັອ ສຸກັນ ໄຕໄຊຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ; ມີບັນດາຫ້ອງອ້ອມຂ້າງ, ກອງພັນປ້ອງກັນເຄື່ອນທີ່, ໂຮງຮຽນ ປກສ ຊັ້ນສູງເລກ 4, ຄ້າຍຄຸມຂັງດັດສ້າງ, ກອງບັນຊາການ ປກສ ເມືອງ ແລະ 1 ນະຄອນເຂົ້າຮ່ວມ.

ກອງປະຊຸມ ສະຫຼຸບ ວຽກງານປ້ອງກັນຄວາມສະຫງົບໃນໜຶ່ງອາທິດຜ່ານມາຂອງ ປກສ ແຂວງຈຳປາສັກ
ກອງປະຊຸມ ສະຫຼຸບ ວຽກງານປ້ອງກັນຄວາມສະຫງົບໃນໜຶ່ງອາທິດຜ່ານມາຂອງ ປກສ ແຂວງຈຳປາສັກ

ພັທ ບຸນມີ ກອງມະນີ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງຈຳປາສັກ ກ່າວວ່າ: ໜຶ່ງອາທິດຜ່ານມາ, ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ກຳລັງຢ່າງເປັນປົກກະຕິຕໍ່ເນື່ອງ ໂດຍຕິດພັນກັບການສຸມໃສ່ວຽກງານຮັກສາຄວາມສະຫົງບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ເຊິ່ງໃນໜຶ່ງອາທິດທີ່ຜ່ານ, ສະຫຼຸບ ໄດ້ມີຄະດີອາຍາເກີດຂຶ້ນທັງໝົດ 5 ເລື່ອງ, ມ້າງໄດ້ 2 ເລື່ອງ, ກັກຜູ້ຖືກຫາໄດ້ 2 ຄົນ; ມ້າງຄະດີຢາເສບຕິດໄດ້ 8 ເລື່ອງ, ກັກຜູ້ຫາໄດ້ 8 ຄົນ, ຢຶດຂອງກາງຢາບ້າໄດ້ 2.174 ເມັດ, ໂທລະສັບ 3 ໜ່ວຍ, ເງິນກີບ 119.000 ກີບ ແລະ ລົດຈັກ 2 ຄັນ. ນອກນັ້ນ, ຍັງໄດ້ສຸມໃສ່ແກ້ໄຂບັນຫາອຸບັດຕິເຫດຕາມທ້ອງຖະໜົນ ເຊິ່ງມີຄະດີອຸບັດຕິເຫດເກີດຂຶ້ນທັງໝົດ 11 ເລື່ອງ ຄົນໄດ້ຮັບບາດເຈັບ 16 ຄົນ ຍິງ 5 ຄົນ, ເຈັບເລັກໜ້ອຍ 6 ຄົນ ຍິງ 1 ຄົນ, ສົມຄວນ 10 ຄົນ ຍິງ 1 ຄົນ, ເສຍຊີວິດ 2 ຄົນ, ພາຫານະເປ່ເພ ທັງໝົດ 22 ຄັນ.

ນອນນັ້ນ, ໄດ້ເອົາໃຈໃສ່ເຮັດວຽກງານກວດກາ, ຕ້ານ ແລະ ສະກັດກັ້ນການລະບາດຂອງ ພະຍາດໂຄວິດ-19 ນຳອີກ ເຊິ່ງລວມມີ 6 ຈຸດໃຫ່ຍໃນການກວດກາຕິດຕາມການເຄື່ອນໄຫວຂອງພໍ່-ແມ່ປະຊາຊົນ ໂດຍສະເພາະເມືອງຕໍ່ເມືອງ, ແຂວງຕໍ່ແຂວງ ເພື່ອຮັບປະກັນບໍ່ໃຫ້ພະຍາດດັ່ງກ່າວມີການລະບາດພາຍໃນແຂວງ.