ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຈັດພິທີປະກາດ ຊັບຊ້ອນ ພົນຕຳຫຼວດທີ່ສຳເລັດການສຶກສາຈາກໂຮງຮຽນ ປກສ ຊັ້ນຕົ້ນເລກ 6 ແຂວງສາລະວັນ ໃນວັນທີ 12 ພຶດສະພາ 2020; ປະທານໂດຍ ພັອ ສຸກັນ ໄຕໄຊຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ມີບັນດາຄະນະພັກ-ຄະນະບັນຊາຈາກຫ້ອງອ້ອມຂ້າງ ແລະ ປກສ ເມືອງ ຕະຫຼອດຮອດພະນັກງານ-ນັກຮົບທີ່ຮຽນຈົບມາໃໝ່ ເຂົ້າຮວ່ມ.

ພັທ ເກດແກ້ວ ບຸນສະຫວັດ ຮອງຫ້ອງການເມືອງ ປກສ ແຂວງຈຳປາສັກ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງຈຳປາສັກ ວ່າດວ້ຍການ ຊັບຊ້ອນ ພົນຕຳຫຼວດທີ່ສຳເລັດການສຶກສາຈາກໂຮງຮຽນ ປກສ ຊັ້ນຕົ້ນເລກ 6 ປກສ ແຂວງສາລະວັນ ຮຸ່ນທີ 6 ໃຫ້ບັນດາຫ້ອງອ້ອມຂ້າງ ແລະ ກອງບັນຊາການ ປກສ ເມືອງ ຈຳນວນ 63 ສະຫາຍ ຍິງ 16 ສະຫາຍ. ໃນນັ້ນ, ຊັບຊ້ອນໃຫ້ຫ້ອງພະລາທິການ 3 ສະຫາຍ ຍິງ 2 ສະຫາຍ, ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ 5 ສະຫາຍ ຍິງ 3 ສະຫາຍ, ກອງພັນປ້ອງກັນເຄື່ອນທີ່ 7 ສະຫາຍ, ຄ້າຍຄຸມຂັງ-ດັດສ້າງ 15 ສະຫາຍ ຍິງ 5 ສະຫາຍ, ກອງບັນຊາການ ປກສ ເມືອງປາກຊ່ອງ 7 ສະຫາຍ, ປກສ ເມືອງປະທຸມພອນ 7 ສະຫາຍ, ປກສ ເມືອງຈຳປາສັກ 11 ສະຫາຍ ຍິງ 4 ສະຫາຍ, ປກສ ເມືອງສຸຂຸມາ 2 ສະຫາຍ, ປກສ ເມືອງມຸນລະປະໂມກ 2 ສະຫາຍ ຍິງ 1 ສະຫາຍ ແລະ ກອງບັນຊາການ ປກສ ເມືອງໂຂງ 4 ສະຫາຍ ຍິງ 1 ສະຫາຍ.

ປກສ ແຂວງຈຳປາສັກ ໄດ້ຈັດພິທີປະກາດ ຊັບຊ້ອນ ພົນຕຳຫຼວດທີ່ສຳເລັດການສຶກສາຈາກໂຮງຮຽນ ປກສ ຊັ້ນຕົ້ນເລກ 6 ແຂວງສາລະວັນ
ປກສ ແຂວງຈຳປາສັກ ໄດ້ຈັດພິທີປະກາດ ຊັບຊ້ອນ ພົນຕຳຫຼວດທີ່ສຳເລັດການສຶກສາຈາກໂຮງຮຽນ ປກສ ຊັ້ນຕົ້ນເລກ 6 ແຂວງສາລະວັນ

ພັອ ສຸກັນ ໄຕໄຊຍະວົງ ໄດ້ໃຫ້ທິດຊີ້ນຳຕໍ່ບັນດາພົນຕຳຫຼວດທີ່ຮຽນຈົບມາໃໝ່ ແລະ ຖືກຊັບຊ້ອນໃຫ້ແຕ່ລະກົມກອງ ວ່າ: ຈົ່ງຕັ້ງໜ້າປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍພາຍໃນກົມກອງ ແລະ ເອົາໃຈໃສ່ປະຕິບັດກົດລະບຽບຂອງກຳລັງຢ່າງເຂັ້ມງວດ; ໂດຍຖືເອົາວຽກງານການເມືອງ-ແນວຄິດເປັນກົກ, ມີຫົວຄິດປະດິດສ້າງ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ມີຄວາມສາມັກຄີພາຍໃນ ແລະ ນຳເອົາຄວາມຮູ້-ຄວາມສາມາດທີ່ໄດ້ສຶກສາຮໍ່າຮຽນມານຳໃຊ້ໃຫ້ເກີດຜົນສູງສຸດ.