ການນໍາພັກ -ລັດ ວາງພວງມາລາໄວ້ອາໄລແດ່ດວງວິນຍານສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ
ການນໍາພັກ -ລັດ ວາງພວງມາລາໄວ້ອາໄລແດ່ດວງວິນຍານສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

ວັນທີ 13 ພຶດສະພາ 2020, ຢູ່ສະໂມສອນໃຫຍ່ກະຊວງປ້ອງກັນປະເທດ ນະຄອນຫຼວງວຽງຈັນ, ບັນດາການນໍາພັກ ແລະ ລັດຖະບານນໍາໂດຍສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ມີ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດລາວ, ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ; ບັນດາສະຫາຍກໍາມະການກົມການເມືອງສູນກາງພັກ, ກໍາມະການສູນກາງພັກ, ຄະນະລັດຖະບານ ແລະ ການນໍາພັກ-ລັດ ໄດ້ເຂົ້າວາງພວງມາລາໄວ້ອາໄລແດ່ດວງວິນຍານ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກຳມະການກົມການເມືອງສູນກາງພັກ ອະດີດນາຍົກລັດຖະມົນຕີ ອະດີດຮອງປະທານປະເທດ ອະດີດປະທານສູນກາງແນວລາວສ້າງຊາດ ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ແລະ ອາໄລອາວອນຢ່າງສຸດຊຶ້ງຕໍ່ການຈາກໄປຢ່າງບໍ່ມີມື້ຫວນກັບຄືນມາ.

ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນຜູ້ນໍາຮຸ່ນທໍາອິດຂອງພັກ ແລະ ລັດເຮົາທີ່ໄດ້ອຸທິດຊີວິດຂອງຕົນຕິດພັນກັບການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ແມ່ນນັກຮົບປະຕິວັດຜູ້ອົງອາດເກັ່ງກ້າສາມາດ, ມີນໍ້າໃຈເສຍສະຫລະອັນສູງສົ່ງ, ເປັນໜຶ່ງໃນນາຍທະ ຫານນໍາພາ-ບັນຊາທີ່ີດີເດັ່ນ, ເປັນທີ່ເຄົາລົບຮັກຂອງກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາ ເຜົ່າ; ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ຍັງແມ່ນພະນັກງານນໍາພາທີ່ດີ, ມີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ຢຶດໝັ້ນໃນອຸດົມການປະຕິວັດຢ່າງສູງສົ່ງ ໃນພາລະກິດປະຕິວັດປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາລະບອບໃໝ່.

ການນຳຂັ້ນສູງກະຊວງປ້ອງກັນປະເທດ ວາງພວງມາລາໄວ້ອາໄລແດ່ດວງວິນຍານສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ
ການນຳຂັ້ນສູງກະຊວງປ້ອງກັນປະເທດ ວາງພວງມາລາໄວ້ອາໄລແດ່ດວງວິນຍານສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ
ການນຳຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ວາງພວງມາລາໄວ້ອາໄລແດ່ດວງວິນຍານສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ
ການນຳຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ວາງພວງມາລາໄວ້ອາໄລແດ່ດວງວິນຍານສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ